(ພາບປະກອບ)
(vovworld) – ວັນທີ 07/01 ສຳນັກຂ່າວສານ Yonhap ຄັດສະເໜີແຈ້ງການຂອງກະຊວງປ້ອງກັນປະເທດ ສ.ເກົາຫຼີ ໂດຍໃຫ້ຮູ້ວ່າ: ກອງທັບປະເທດນີ້ ໄດ້ຍົກລະດັບເຕືອນໄພຂຶ້ນລະດັບສູງສຸດຢູ່ເຂດດ່ານໜ້າ, ບ່ອນທີ່ຕັ້ງໂທລະໂຄ່ງ. ການກະທຳນີ້ ໄດ້ດຳເນີນກ່ອນທີ່ລັດຖະບານ ສ.ເກົາຫຼີ ສືບຕໍ່ລາຍການກະຈາຍສຽງໂຄສະນາຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ (ສປປ ເກົາຫຼີ ) ດ້ວຍລະບົບໂທລະໂຄ່ງທີ່ຕັ້ງຢູ່ເຂດຊາຍແດນລະຫວ່ງ ສປປ ເກົາຫຼີ ແລະ ສ.ເກົາຫຼີ 1 ວັນ ແລະ ສປປ ເກົາຫຼີ ຖະແຫຼງດຳເນີນການທົດລອງນິວເຄຼຍສຳເລັດຜົນ 1 ວັນ. Yonhap ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ກອງທັບປະເທດນີ້ ຢູ່ດ່ານໜ້າ 10 ແຫ່ງທີ່ມີລະບົບໂທລະໂຄ່ງ ພວມຢູ່ໃນສະພາວະເຕືອນໄພສູງສຸດ. ນອກນັ້ນ, ກອງທັບ ສ.ເກົາຫຼີ ຍັງຜັນຂະຫຍາຍເຮືອບິນສອດແນມບໍ່ມີຄົນຂັບ, ລູກສອນໄໄຟຕ້ານລົດຕັ່ງ, ຣາດາຕ້ານປືນໃຫຍ່ອີກ.