ສ.ເກົາຫຼີ,ລັດເຊຍສະໜັບສະໜູນການຮ່ວມມື 3 ຝ່າຍກັບສປປ.ເກົາຫຼີ

(VOVWORLD) -ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ພ້ອມກັນແບ່ງປັນຄວາມຮັບຮູ້ລວມກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດກັບສປປ.ເກົາຫຼີ ເພື່ອແນໃສ່ຊຸກຍູ້ສັນຕິພາບໃນແຫຼມເກົາຫຼີ.
ສ.ເກົາຫຼີ,ລັດເຊຍສະໜັບສະໜູນການຮ່ວມມື 3 ຝ່າຍກັບສປປ.ເກົາຫຼີ - ảnh 1(ພາບປະກອບ: Kyodo/TTXVN)

ໃນການໂອ້ລົມສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin ໃນວັນທີ 29 ເມສາ, ການນຳສ.ເກົາຫຼີ Moon Jae in ໄດ້ຕີລາຄາສູງການສະໜັບສະໜູນຂອງລັດເຊຍ ສຳລັບຜົນສຳເລັດຂອງກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 27 ເມສາຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ທ່ານປະທານາທິບໍດີລັດເຊຍ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມດ້ານການທູດຂອງເຊີອຸນ ສຳລັບພຽງຢາງ.

      ສ່ວນທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຊົມເຊີຍໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ. ທ່ານປະທານາທິບໍດີລັດເຊຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສ.ເກົາຫຼີ ແລະ ລັດເຊຍ ດຳເນີນບັນດາຮ່າງໂຄງການຮ່ວມມື 3 ຝ່າຍກັບສປປ.ເກົາຫຼີ ເພື່ອແນໃສ່ຮັບປະກັນ ແລະ ຮັດແໜ້ນສັນຕິພາບລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ