ທ່ານນາງ ປະທານາທິບໍດີ ສເກົາຫລີ Park Geun Hye
ພາບ: hanoimoi.com
|
(vovworld)- ວັນທີ 29/2, ລັດຖະບານ ສເກົາຫລີ ໄດ້ປະກາດວ່າ ນັບແຕ່ນີ້ຮອດປີ 2020 ຈະສະຫນອງບັນດາບ້ວງຊ່ວຍເຫລືອພັດທະນາຢ່າງເປັນທາງການ ODA ລວມມູນຄ່າຂຶ້ນເຖິງ 500 ລ້ານ USD ໃຫ້ແກ່ບັນດາປະເທດພວມພັດທະນາ. ໃນປີນີ້ ຈະປ່ອຍຈຳນວນເງິນ 80 ລ້ານ USD. ໃນຍອດຈຳນວນເງິນຊ່ວຍເຫລືອນັ້ນ, 200 ລ້ານ USD ແມ່ນສະຫງວນໃຫ້ຂໍ້ລິເລີ່ມປັບປຸງຊີວິດການເປັນຢູ່ໃຫ້ແກ່ເດັກຍິງ ຊື່ງທ່ານນາງ ປະທານາທິບໍດີ ສເກົາຫລີ Park Geun Hye ປະກາດທີ່ກອງປະຊຸມສຸດຍອດ ສປຊ ເພື່ອການພັດທະນາແບບຍືນຍົງຊື່ງຈັດຂຶ້ນໃນເດືອນ 9/2015. ສ່ວນ 200 ລ້ານ USD ທີ່ຍັງເຫລືອ ຈະເບີກຈ່າຍໃຫ້ບັນດາໂຄງການໃຫຍ່ ຢູ່ Uzbekistan, Nepal, Ethiopia, Columbia, Peru ແລະ ຫວຽດນາມ.