ສ.ເກົາຫຼີ,ອາເມລິກາ,ຍີ່ປຸ່ນຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີິນເຕີແນດກ່ຽວກັບເຫດຍິງດາວທຽມຂອງສປປ.ເກົາຫຼີ

ສ.ເກົາຫຼີ,ອາເມລິກາ,ຍີ່ປຸ່ນຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອີິນເຕີແນດກ່ຽວກັບເຫດຍິງດາວທຽມຂອງສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) –​ ສຳ​ນັກ​ຂ​່າວ​ສານ​ສ.ເກົາ​ຫຼີ Yonhap ໄດ້​ຄັດ​ແຫຼ່ງ​ຂ່າວ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ປະ​ເທດນ​ີ້​ທີ່​ແຈ້ງ​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​​ຂອງສ.ເກົາ​ຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປ​ຸ່ນ ຊາບວ່າ, ວັນ​ທີ 09/02 ໄດ້​ຈັດ​ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​​ຂ່າຍ​ອີນ​ເຕີ​ແນັດ ເພື່ອ​ແບ່ງ​ປັນ​ຂໍ້​ມູນ​ກ່ຽວ​ກັບ​ເຫດ​ຍິງ​ດາວ​ທຽ​ມ​ຂອງ​ສ​ປ​ປ.ເກົາ​ຫຼີ ໃນ​ວັນ​ທີ 07/02 ຜ່ານ​ມາ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕ​ະ​ການ​ເພື່ອ​ຮັບ​ມື. ທີ່ກອງ​ປະ​ຊຸມ, ບັນ​ດາ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມ​ໄດ້​ເຫັນ​ດີນ​ຳ​ກັນ​ໂດຍ​ຖື​ວ່າ ການ​ທົດ​ລອງ​ນິວ​ເຄຼີຍຂອງ​ສ​ປ​ປ.ເກົາ​ຫຼີ ເມື່ອ​ເດືອນ 01/2016 ແລະ ຍິງ​ດາ​ວ​ທຽມ​ໃນ​ວັນ​ທີ 07/02 ໄດ​້​ລະ​ເມີດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ກໍ​ໄພ​ນາບ​ຂູ່​ທີ່​ຮ້າຍ​ແຮງ​ສຳ​ລັບ​ຄວາມ​ປອດ​ໄພ​ໃນ​ພາກ​ພື້​ນ. ທີ່​ການ​ປະ​ຊຸ​ມ​ດັ່ງ​ກ່າວ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ອາ​ເມ​ລິ​ກາ, ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອ​າ​ຊີ - ປາ​ຊີ​ຟິກ David Shear ໄດ້​ຢ​ຳ​້​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງວໍ​ຊິງ​ຕັນ ສຳ​ລັບ​ຄວາມ​ປອດ​ໄພ​ຂອງ 2 ປະ​ເທດ​ພັນ​ທະ​ມິດ​ອາ​ຊີນີ້. ​ສ່ວນ​ຝ່າຍສ.ເກົາ​ຫຼີ ແລະ ບັນ​ດາ​ຜູ້​ຕາງ​ໜ​້າ​ປະ​ເທດ​ອື່ນໆຖືນີ້​ແມ່ນ​ການ​ກະ​ທຳ​ເກາະ​ຜິດບໍ່​ອາດ​ຮັບ​ຮູ້​ໄດ້.

ຂ່າວ/ບົດ​ອື່ນ