ສ.ເກົາຫຼີແລະສປປ.ເກົາຫຼີເຫັນດິຈັດຕັ້ງການເຈລະຈາຂັ້ນຮອງລັດຖະມົນຕີເພື່ອປັບປຸງການພົວພັນ
(ພາບປະກອບ: YONHAP/TTXVN)
(vovworld) - ໃນຄຳຖະແຫຼງຂອງກະຊວງທ້ອນໂຮມປະເທດເປັນເອກະພາບສ.ເກົາຫຼີ ໃຫ້ຮູ້ວ່າ, ວັນທີ 27/11, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຫັນດີຈັດຕັ້ງການເຈລະຈາຂັ້ນຮອງລັດຖະມົນຕີ ໃນວັນທີ 11/12 ຈະມາເຖິງຢູ່ເຂດອຸດສາຫະກຳ Kaesong, ນະຄອນ Kaesong, ຂຶ້ນກັບເຂດດິນແດນຂອງສປປ.ເກົາຫຼີ. ນີ້ແມ່ນໝາກຜົນຂອງການເຈລະຈາຂັ້ນນັກວິຊາການລະຫວ່າງ 2 ຝ່າຍ, ເລີ່ມແຕ່ວັນທີ 26/11 ໃນສະພາບທີ່ 2 ຝ່າຍພວມມານະພະຍາຍາມປັບປຸງການພົວລະຫວ່າງ 2 ຝ່າຍ ທີ່ບັນລຸໄດ້ຂໍ້ຕົກລົງມີລັກສະນະປະຫວັດສາດ ເມື່ອເດືອນ 08/2015 ກ່ຽວກັບການຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານໃນແຫຼມເກົາຫຼີ. ຕາມຄຳຖະແຫຼງຂອງກະຊວງທ້ອນໂຮມປະເທດເປັນເອກະພາບສ.ເກົາຫຼີ ແລ້ວ, ທີ່ການເຈລະຈາຈະມາເຖິງ, 2 ຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາບັນຫາທີ່ຍັງຄົງຄ້າງໃນການປັບປຸງການພົວພັນລະຫວ່າງ 2 ຝ່າຍ.