ສ.ເກົາຫຼີແລະສປປ.ເກົາຫຼີແລກປ່ຽນບັນຊີລາຍຊື່ບັນດາຄອບຄົວເຕົ້າໂຮມກັນ
(ພາບປະກອບ: Yonhap/TTXVN)
(vovworld) – ວັນທີ 05/10, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ແລກປ່ຽນບັນຊີລາຍຊື່ບັນດາຄອບຄົວທີ່ຖຶກພັດພາກຈາກກັນໃນສົງຄາມເກົາຫຼີ ເຊິ່ງຈະເຂົ້າຮ່ວມການເຕົ້າໂຮມກັນໃນໄລຍະຈະມາເຖິງ. ຕາມກະຊວງໂຮມປະເທດເປັນເອກະພາບສ.ເກົາຫຼີ ແລ້ວ, ບັນດາເຈົ້າໜ້າທີ່ສະພາກາແດງສ.ເກົາຫຼີ ແລະ ສປປ.ເກົາຫຼີໄດ້ພົບປະກັນຢູ່ບ້ານຢຸດຮົບ Panmunjom ແລະ ແລກປ່ຽນບັນຊີລາຍຊື່ເພື່ອຢືນຢັນບັນດາຜູ້ທີ່ມີຍາດຕິພີນ້ອງຍັງຢູ່ຝ່າຍຂອງກັນ. ພາຍຫຼັງບັນດາການເຈລະຈາຂັ້ນສູງໃນທ້າຍເດືອນ 08 ຜ່ານມາ, ເພື່ອແນໃສ່ແກ້ໄຂສະພາບເຄັ່ງຕຶງດ້ານການທະຫານຢູ່ແຫຼມເກົາຫຼີ, ເຊີອຸນ ແລະ ພຽງຢາງ ໄດ້ເຫັນດີຈັດຕັ້ງການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນຢູ່ເຂດພັກຜ່ອນບຳລຸງສຸຂະພາບຢູ່ພູ Kumgang ແຕ່ວັນທີ 20 – 26/10 ຈະມາເຖິງ. ຄາດວ່າ, ໃນວັນທີ 08/10, 2 ຝ່າຍຈະແລກປ່ຽນບັນຊີລາຍຊື່ຄັ້ງສຸດທ້າຍ, ແຕ່ລະຝ່າຍລວມປະມານ 100 ຄົນຈະເຂົ້າຮ່ວມການເຕົ້າໂຮມຄັ້ງນີ້.