ສ.ເກົາຫຼີ ກະຕຸກຊຸກຍູ້ ການເຈລະຈາຂັ້ນສູງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ
ທ່ານລັດຖະມົນຕີກະຂວງເອກະພາບສ.ເກົາຫຼີ Ryoo Kihl Jae
(ພາບ: AFP/TTXVN)
(vovworld) – ສ.ເກົາຫຼີ ສືບຕໍ່ກະຕຸກຊຸກຍູ້ສປປ.ເກົາຫຼີ ດຳເນີນບັນດາການເຈລະຈາຂັ້ນສູງລະຫວ່າງ 2 ຝ່າຍ ແລະ ບໍ່ໄດ້ໂຈະການເຈລະຈາຕື່ມອີກເພື່ອແນໃສ່ແກ້ໄຂທຸກໆບັນຫາທີ່ຍັງຄົງຂ້າງ. ນີ້ບໍ່ແມ່ນເທື່ອທຳອິດທີ່ເຊີອຸນ ຍົກຂໍ້ສະເໜີກ່ຽວກັບການເຈລະຈາກັບພຽງຢາງ. ກ່າວຄຳເຫັນໃນວັນທີ 25/09, ທີ່ເວທີປາໄສສາກົນກ່ຽວກັບສະພາບການຢູ່ໃນແຫຼມເກົາຫຼີ, ທ່ານລັດຖະມົນຕີກະຂວງເອກະພາບສ.ເກົາຫຼີ Ryoo Kihl Jae ຊີ້ແຈ້ງວ່າ ເຊີອູນ ພ້ອມແລ້ວທີ່ຈະພ້ອມກັບພຽງຢາງ ແລກປ່ຽນທຸກໆບັນຫາທີ່ຍັງຄົງຂ້າງໃນການພົວພັນລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢ່າງກົງໄປກົງມາ ເພື່ອຊອກຫາທິດແກ້ໄຂຢ່າງເໝາະສົມ. ຕາມທ່ານແລ້ວ, ສປປ.ເກົາຫຼີ ຄວນເຂົ້າຮ່ວມການເຈລະຈາດັ່ງກ່າວໂດຍໄວ້. ແຕ່ວ່າ, ເມື່ອເຕື້ອງເຖິງເລື່ອງບັນດາກຸ່ມພົນລະເມືອງສ.ເກົາຫຼີ ແຈກຢາຍໃບປິວຕຳນິຕະຕຽນພຽງຢາງ, ທ່ານລັດຖະມົນຕີ Ryoo Kihl Jae ຖືວ່າ “ບໍ່ມີພື້ນຖານນິຕິກຳ” ເພື່ອໃຫ້ອຳນາດການບົກຄອງເຊີອູນ ເກືອດຫ້າມບັນດາການກະທຳນີ້. ຝ່າຍສປປ.ເກົາຫຼີ ຮຽກຮ້ອງສ.ເກົາຫຼີ ສະກັດກັ້ນການກະທຳຄືດັ່ງກ່າວ, ຖືນີ້ແມ່ນເງື່ອນໄຂກ່ອນທີ່ເຊື່ອມຕໍ່ການເຈລະຈາກ່ຽວກັບການປັບປຸງການເຄື່ອນໄຫວຢູ່ເຂດອຸດສາຫະກຳລວມ Kaesong.