ເຂດອຸດສາຫະກຳ Kaesong
(ພາບ: AFP/TTXVN)
(vovworld) - ວັນທີ 09/02 ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ໂດຍອີງໃສ່ບັນດາມະຕິລົງໂທດຂອງປະຊາຄົມສາກົນສຳລັບ ສປປ.ເກົາຫຼີ, ລັດຖະບານ ສ.ເກົາຫຼີ ຢືນຢັນວ່າ ປະຈຸບັນຍັງບໍ່ທັນແມ່ນໄລຍະທີ່ເໝາະສົມເພື່ອນຳເຂດອຸດສາຫະກຳ Kaesong ລວມ ລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ຊຶ່ງເຄີຍຖືກຢຸດຕິການເຄື່ອນໄຫວນັບແຕ່ວັນທີ 10/02/2016 ເຂົ້າເຄື່ອນໄຫວຄືນໃໝ່. ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ ທ່ານ Jo Jun-hyok ຊີ້ແຈ້ງວ່າ ເລື່ອງນຳເຂດອຸດສາຫະກຳ Kaesong ເຂົ້າເຄື່ອນໄຫວຄືນໃໝ່ໃນສະພາບການປະຈຸບັນ ກໍ່ບໍ່ສາມາດແກ້ໄຂໄດ້ຄວາມວິຕົກກັງວົນກ່ຽວກັບເລື່ອງ ສປປ.ເກົາຫຼີ ນຳໃຊ້ແຫຼ່ງເງິນທີ່ເກັບໄດ້ຈາກເຂດອຸດສາຫະກຳນີ້ ເພື່ອຮັບໃຊ້ຈຸດປະສົງພັດທະນານິວເຄຼຍ ແລະ ບັນດາການກະທຳເກາະຜິດຂອງ ພຽງຢາງ ແລະ ບໍ່ພຽງແຕ່ຄືແນວນັ້ນ ເລື່ອງດັ່ງກ່າວ ອາດຈະລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.