ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ມີແຜນການປະຊຸມກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ
ທູດພິເສດຮັບຜິດຊອບບັນຫານິວເຄຼຍໃນແຫຼມເກົາຫຼີຂອງ
3 ປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ
(ພາບ: EPA/TTXVN)
(vovworld) – ທູດພິເສດຮັບຜິດຊອບບັນຫານິວເຄຼຍໃນແຫຼມເກົາຫຼີຂອງ 3 ປະເທດ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ, ມີແຜນການປະຊຸມຢູ່ ອາເມລິກາ ໃນກາງເດືອນ 2 ນີ້ ເພື່ອປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງໂຄງການທົດລອງນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ. ນີ້ແມ່ນການພົບປະ 3 ຝ່າຍໄດ້ຈັດຕັ້ງເປັນຄັ້ງທຳອິດ ນັບແຕ່ສ້າງຕັ້ງອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ສ້າງຕັ້ງ. ໃນແຈ້ງການເມື່ອວັນທີ 05/02, ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ການພົບປະ 3 ຝ່າຍດັ່ງກ່າວ ຈະດຳເນີນຢູ່ນະຄອນຫລວງ ວໍຊິງຕັນ ຂອງ ອາເມລິກາ. ໃນຂະນະນັ້ນ ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຄຳເວົ້າຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Yun Byung-se ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Rex Tillerson ຈະມີການໂອ້ລົມທາງໂທລະສັບໃນວັນທີ 07/02 ຈະມາເຖິງ. ຕາມທ່ານ Yun Byung-se ແລ້ວ, ໃນການໂອ້ລົມທາງໂທລະສັບຄັ້ງນີ້ ທ່ານຈະເນັ້ນໜັກເຖິງລັກສະນະຈຳເປັນ ຂອງສາຍພົວພັນແໜ້ນແຟ້ນລະຫວ່າງ 2 ປະເທດ ສ.ເກົາຫຼີ ແລະ ອາເມລິກາ ໃນບັນຫານິວເຄຼຍຂອງ ສປປ.ເກົາຫຼີ.