(vovworld) - ວັນທີ 06/06, ທ່ານລັດຖະມົນຕີກະຊວງເອກະພາບສ.ເກົາຫຼີ Ryoo Kihl jae ໃຫ້ຮູ້ວ່າ, ປະເທດນີ້ຢາກດຳເນີນການເຈລະຈາຂັ້ນລັດຖະມົນຕີກັບ ສປປ.ເກົາຫຼີ ໃນວັນທີ 12/06 ຈະມາເຖິງຢູ່ເຊີອຸນ ເພື່ອແກ້ໄຂບັນດາບັນຫາກ່ຽວກັບເຂດອຸດສາຫະກຳລວມ Keasong, ເຂດທ່ອງທ່ຽວຢູ່ພູ Kumgang ກໍຄືບັນຫາບັນດາຄອບຄົວຖືກພັກພາກຈາກກັນລະຫວ່າງ 2 ພາກເກົາຫຼີ. ຄຳເຫັນຂອງທ່ານລັດຖະມົນຕີກະຊວງເອກະພາບສ.ເກົາຫຼີ ຖືກຍົກອອກມາພາຍຫຼັງທີ່ ສປປ.ເກົາຫຼີ ສະເໜີດຳເນີນການເຈລະຈາເປັນທາງການລະຫວ່າງ 2 ພາກໃນວັນດຽວກັນ. ພຽງຢາງ ສະເໜີໃຫ້ເຊີອຸນ ເລືອກເວລາ ແລະ ສະຖານທີ່ເພື່ອດຳເນີນການເຈລະຈາ. ທ່ານ Ryoo ຮຽກຮ້ອງ ສປປ.ເກົາຫຼີ ເລີ່ມໃຫ້ບັນດາຊ່ອງຕິດຕໍ່ພົວພັນເຄື່ອນໄຫວຄືນໃໝ່ ເພື່ອດຳເນີນບັນດາການເຈລະຈາຂັ້ນນັກວິຊາການ ແນໃສ່ກະກຽມໃຫ້ການເຈລະຈາຂັ້ນລັດຖະມົນຕີໃນອາທິດໜ້າ, ພ້ອມທັງສະແດງຄວາມປາດຖະໜາວ່າ “ເລື່ອງດຳເນີນການເຈລະຈາແມ່ນກາລະໂອກາດເພື່ອໃຫ້ການພົວພັນລະຫວ່າງ 2 ພາກເກົາຫຼີ ພັດທະນາຕາມທິດໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ”.