ສ.ເກົາຫຼີ ຮັດແໜ້ນຄວາມປອດໄພ ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼີຍ

ສ.ເກົາຫຼີ ຮັດແໜ້ນຄວາມປອດໄພ ກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼີຍ - ảnh 1
( ພາບ: cand.com.vn )
( vovworld ) - ວັນ​ທີ 13/3, ສ.​ເກົາຫຼີ ​ໄດ້​ປະກ​າດບັນດາ​ມາດ​ຕະການ​ຮັກສາ​ຄວາມປອດ​ໄພ​​ເຊິ່ງຈະ​ຖືກ​ຈັດ​ວາງເພື່ອ​​ຮັບປະກັນ​ໃຫ້​ແກ່​ການຈັດ​ຕັ້ງກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼີຍທີ່​​ຈະຈັດ​ຂື້ນຢູ່ Seul ​ໃນ​ລະຫວ່າງ​ວັນທີ 26 – 27/3 ​ໃຫ້ສຳ​ເລັດ​ຜົນ. ທ່ານ Cho Hyun Oh, ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຕຳຫຼວດ​ແຫ່ງ​ຊາດ​ຊີ້​ແຈງ​ບັນດາ​ວຽກ​ງານຮັບປະກັນ​ຄວາມ​ປອດ​ໄພ​ຄື; ມາດ​ຕະການ​ຕ້ານ​ການ​ແຫ່​ຂະ​ບວນປະທ້ວງຜິດກົດໝາຍ, ຈັດ​ສັນການ​ຄົມມະນາຄົມ… ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ໃຫ້​ແກ່​ເຫດການ​ທີ່ມີ​ລັກສະນະ​ທົ່ວ​ໂລກ​ນີ້. ສ.​ເກົາຫຼີ ຈະ​ລະດົມກຳລັງ​ຕຳຫຼວດ​ປະມານ 36.000 ຄົນ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພຢ່າງ​​ແນ່ນອນໃຫ້​ແກ່​ການ​ນ​ຳຂອງບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນີ້. ຄຽງ​ຂ້າງ​ນັ້ນ, ມີ​ທະຫານ ​ແລະ ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບປະມານ 5.000 ຄົນ ກໍ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເພື່ອ​ຮັບ​ມື​ກັບ​ເຫດການ​ກໍ່​ການຮ້າຍທີ່ອາດ​ຈະ​ເກີດ​ຂຶ້ນ, ​ເຊິ່ງລວມທັງ​ການ​ໂຈມ​ຕີ​ທາງ​ເຄື່ອຂ່າຍ​ອິນ​ເຕີ​ແນດ.
ຂ່າວ/ບົດ​ອື່ນ