ສ.ເກົາຫຼີ ຮຽກຮ້ອງ ສປປ.ເກົາຫຼີ ລົບລ້າງ ໂຄງການນິວຄເລຍ

ສ.ເກົາຫຼີ ຮຽກຮ້ອງ ສປປ.ເກົາຫຼີ ລົບລ້າງ ໂຄງການນິວຄເລຍ - ảnh 1
ທ່ານນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun – hye
(ພາບ: AFP)


(vovworld) - ວັນ​ທີ 3/3, ທ່ານນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun – hye ຮຽກຮ້ອງ ສປປ.​ເກົາຫຼີ ລົບ​ລ້າງ​ໂຄງການພັດທະນາອາວຸດນິວຄ​ເລຍ​ເພື່ອ​ຍູ້​ໄວ​ວິວັດ​ທະນາການ​​ໂຮມ​ເຂົ້າກັບ ສປປ.​ເກົາຫຼີ ​ເປັນ​ເອກະ​ພາບ​ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມການ​ນຳ​ສາກົນ, ທ່ານນາງ​ປະທານາທິບໍດີ Park Geun – hye ຢືນຢັນ​ວ່າ​ສອງ​ພາກ ເກົາຫຼີ ສາມາດ​ເປີດ​ສັງກາດ​ໃໝ່​ໃຫ້​ແກ່ວິວັດທະນາການ​​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບຄືນ​ໃໝ່ຖ້າຫາກ ພຽງຢາງ ຍົກ​ເວັ້ນ​ບັນດາໂຄງການ​ນິວຄ​ເລຍຂອງ​ຕົນ ​ແລະ ທົດ​ແທນ​ດ້ວຍ​ຄວາມ​ເຊື່ອໝັ້ນຂອງ​ປະຊາ​ຄົມ​ໂລກ​ກໍ່​ຄື​ຊຸກຍູ້​ບັນດາ​ສາຍ​ພົວພັນ​ລະຫວ່າງ​ສອງ​ພາກ ເກົາຫຼີ.

    ກ່ອນໜ້າ​ນັ້ນ,​ ທ່ານ​ນາງປະທານາທິບໍດີ ສ.ເກົາຫຼີ ​ໄດ້ນັ້ນໜັກຄວາມ​ສຳຄັນ​ຂອງ​ວິວັດທະນາການ​​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບຄືນ​ໃໝ່, ຖື​ວ່າ​ສິ່ງ​ດັ່ງກ່າວ​ຈະ​ນຳ​ເອົາ​ຄວາມວັດທະນາຖາວອນ​ໃຫ້​ແກ່​ສອງ​ພາກ ເກົາຫຼີ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​​ເຮືອນຄຽງ. ​ແລະ ​ໃນວັນ​ທີ 25/2, ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດໄດ້​ເຂົ້າ​ດຳລົງ​ຕຳ​ແໜ່ງຄົບຮອບໜຶ່ງປີ​, ທ່ານ​ນາງປະທານາທິບໍດີ Park Geun – hye ກໍ່​ໃຫ້​ຄຳໝັ້ນສັນຍາ​ວ່າ​ ຈະ​ມານະ​ພະຍາຍາມ​ຊຸກຍູ້ ວິວັດທະນາການ​​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບ​​ໃນແຫຼມ ​ເກົາຫຼີ ຄືນ​ໃໝ່. ທ່ານ​ນາງ​ໃຫ້​ຮູ້​ວ່າ​ຈະ​ສ້າງຕັ້ງຄະນະ​ທີ່ປຶກສາ​ຂຶ້ນກັບ​ທຳນຽບປະທານາທິບໍດີ​ເພື່ອ​ກະກຽມ​ໃຫ​້​ແກ່ວິວັດທະນາການ​​ເຈລະຈາ​ສັນຕິພາບລະຫວ່າງ​ສອງ​ພາກ ເກົາຫຼີ, ​ແລະ ຈະມານະ​ພະຍາຍາມ​​ເປີດ​ກວ້າງ​ບັນດາ​ການ​​ພົບ​ປະ​ແລກປ່ຽນລະຫວ່າງ​ສອງ​ພາກ​ ​ເກົາຫຼີ.

ຂ່າວ/ບົດ​ອື່ນ