ສ.ເກົາຫຼີ ແລະ ອາເມລິກາ ກ່າວເຕືອນການເພີ່ມທະວີບັນດາມາດຕະການລົງໂທດສປປ.ເກົາຫຼີ
(ພາບປະກອບ: AFP TTXVN)
(vovworld) - ວັນທີ 27/04, ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບສ.ເກົາຫຼີ ແລະ ອາເມລິກາ ໄດ້ເຫັນດີສືບຕໍ່ຊອກຫາບັນດາມາດຕະການລົງໂທດຢ່າງແຮງກວ່າໃສ່ ສປປ.ເກົາຫຼີ ຖ້າຫາກ ພຽງຢາງ ສືບຕໍ່ມີບັນດາການກະທຳເຮັດໃຫ້ສະພາບການຢູ່ແຫຼມເກົາຫຼີ ເຄັ່ງຕຶງຂຶ້ນຕື່ມ. 2 ຝ່າຍໄດ້ເຫັນດີຕໍ່ບັນດາມາດຕະການໂຕ້ຕອບສປປ.ເກົາຫຼີ, ໃນນັ້ນມີມະຕິລົງໂທດສະບັບໜຶ່ງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ພາຍຫຼັງພຽງຢາງ ມີການກະທຳເຮັດໃຫ້ສະພາບການຢູ່ແຫຼມເກົາຫຼີ ເຄັ່ງຕຶງຂຶ້ນຕື່ມ. ສ.ເກົາຫຼີ ແລະ ອາເມລິກາ ຢືນຢັນວ່າ, ຈະສົມທົບກັບປະຊາຄົມສາກົນ, ໃນນັ້ນມີຈີນ ເພື່ອຮັກສາບັນດາມາດຕະການລົງໂທດຢ່າງແຮງ ເພື່ອແນໃສ່ເພີ່ມຄວາມກົດດັນສຳລັບສປປ.ເກົາຫຼີ. ຄຳຖະແຫຼງຢ່າງແຮງຂອງສ.ເກົາຫຼີ ແລະ ອາເມລິກາ ຖືກຍົກອອກມາໃນສະພາບການປະຊາຄົມສາກົນມີຄວາມວິຕົກກັງວົນຕໍ່ເລື່ອງ ສປປ.ເກົາຫຼີ ອາດຈະດຳເນີນການທົດລອງນິວເຄຼຍ ຄັ້ງທີ 6 ແລະ ສືບຕໍ່ດຳເນີນການຍິງບັນດາລູກສອນໄຟນຳວິຖີ.