ສ.ເກົາຫຼີ ແລະ ອາເມລິກາ ຊ້ອມຮົບຮ່ວມ


ສ.ເກົາຫຼີ ແລະ ອາເມລິກາ ຊ້ອມຮົບຮ່ວມ - ảnh 1

(ພາບ: AP)

 (vovworld)- ວັນ​ທີ 11/3, ພັນ​ເອກ Jeff Pool ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ທະຫານ​ເຮືອ​ສູ້​ຮົບ​ທາງບົກ ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ກ່ວາ 10.000 ຄົນ ຈະ​ດຳເນີນ​ການ​ຊ້ອມ​ຮົມ​ຮ່ວມ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ທ້າຍ​ເດືອນ 3/2014 ນີ້. ​ຕາມ​ທ່ານ Jeff Pool, ການ​ຊ້ອມ​ຮົບ “ຄູ່​ມັງກອນ“ ຈະ​ດຳ​ເນີນ​ແຕ່​ວັນ​ທີ 27/3-7/4 ຢູ່​ແຫຼມ​ເກົາຫຼີ. ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຄັ້ງນີ້​ຍັງ​ມີ​ນັກຮົບ​ອົດ​ສະ​ຕາ​ລີ 130 ຄົນ ​ແລະ ​ເຮືອບິນ​ລຳ​ຕ່າງໆ​ທີ່​ມີ​ຖານ​ທີ່ໝັ້ນຢູ່ Okinawa ປະ​ເທດ​ຍິ່ປຸ່ນ. ຄາດ​ວ່າ ມີ​ກຳ​ປັ່ນ​ຂອງ ສ.​ເກົາຫຼີ ​ແລະ ກອງທັບ​ເຮືອ​ອາ​ເມລິກາ ທັງ​ໝົດ 12 ລຳ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຄັ້ງນີ້. ນີ້​ຖືກ​ຖື​ວ່າ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ຊ້ອມຮົບ “ນົກ​ອິນ​ຊີ​ນ້ອຍ“ ພວມ​ດຳ​ເນີນ​ລະຫວ່າງ​ສອງ​ປະ​ເທດ. ການ​ຊ້ອມ​ຮົບ​ທີ່​ມີ​ຊື່ວ່າ “ຄູ່​ມັງກອນ“ ຈັດ​ຂຶ້ນ​ປະຈຳ​ປີ​ນີ້ ຈະ​ເພີ່ມ​ທະວີ​ຄວາມ​ສາມາດ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກຳລັງ​ທະຫານ​ເຮືອ​ສູ້​ຮົບ​ທາງບົກ​ພິ​ເສດ​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫຼີ ​ໃນ​ບັນດາ​ຄວາມ​ສາມາດ​ຍົກ​ພົນ​ສູ່​ພາກ​ພື້ນ​ຂອງ​ກຳລັງ​ທະຫານ​ເຮືອ​ສູ້​ຮົບ​ທາງບົກ ​ແລະ ກອງທັບ​ເຮືອ​ຂອງ​ແຕ່ລະ​ປະ​ເທດ./.

ຂ່າວ/ບົດ​ອື່ນ