ກຳປັ່ນບັນທຸກເຮືອບິນ USS George Washington ຂອງອາເມລິກາ
(ພາບ: VOA)
|
(vovworld)- ດ້ວຍການກະທຳໜຶ່ງທີ່ຮັບຖືວ່າສາມາດບັນເທົາຄວາມເຄັ່ງຕຶງໃນແຫຼມເກົາຫຼີ , ວັນທີ 28/8, ສ.ເກົາຫຼີ ແລະ ອາເມລິກາໄດ້ສິ້ນສຸດການຊ້ອມຮົບຮ່ວມປະຈຳປີ ທີ່ມີຊື່ວ່າ “ຜູ້ປົກປັກຮັກສາເສລີພາບ Ulchi ” (UFG) ໄວກວ່າ 1 ວັນເມື່ອທຽບໃສ່ແຜນການ ແລະ ການຊ້ອມຮົບຮ່ວມນີ້ໄດ້ບັນລຸຈຸດໝາຍທີ່ໄດ້ວາງອອກ.
ກ່ອນໜ້ານັ້ນ, ການຊ້ອມຮົບຮ່ວມ UFG ຄາດວ່າດຳເນີນໃນລະຫວ່າງວັນທີ 18 ຫາວັນທີ 29/8 ໂດຍບໍ່ຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງ ແລະ ນາບຂູ່ຈະບຸກໂຈມຕີຂອງ ສ.ປ.ປ.ເກົາຫຼີ. ກ່ອນວັນດຳເນີນ ການຊ້ອມຮົບຮ່ວມປະຈຳປີນີ້, ເຊີອູນໄດ້ສະເໜີດຳເນີນການເຈລະຈາຂັ້ນສູງກັບພຽງຢາງ , ແຕ່ບໍ່ໄດ້ຮັບຄຳຕອບ.