ເຫດຍິງລູກສອນໄຟນຳວິຖີຢ່າງກະທັນຫັນຂອງ ສປປ.ເກົາຫຼີ
(ພາບ: TTXVN)
(vovworld) - ເຈົ້າໜ້ທີ່ທ່ານໜຶ່ງຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ວັນທີ 11/08 ຜູ້ຕາງໜ້າຂອງປະເທດນີ້ ແລະ ອົງການການບິນພົນລະເຮືອນສາກົນ (ICAO) ໄດ້ປຶກສາຫາລືວິທີຮັບມືກັບບັນດາເຫດຍິງລູກສອນໄຟນຳວິຖີຢ່າງກະທັນຫັນຂອງ ສປປ.ເກົາຫຼີ ໃນໄລຍະມໍ່ໆມານີ້. ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, ທີ່ກອງປະຊຸມນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Cho Tae-yul ແລະ ທ່ານເລຂາທິການໃຫຍ່ ICAO Fang Liu ກໍ່ເຕື້ອງເຖິງບັນດາການເຄື່ອນໄຫວຂອງ ສປປ.ເກົາຫຼີ ກໍ່ຄື້ນລົບກວນສັນຍານລະບົບກຳນົດທີ່ຕັ້ງທົ່ວໂລກ (GPS) ລຽບຕາມເສັ້ນຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ແລະ 2 ຝ່າຍກໍ່ປຶກສາຫາລືບາງມາດຕະການທີ່ສາມາດໄດ້ ນຳໃຊ້ສຳລັບເລື່ອງ ສປປ.ເກົາຫຼີ ໂດຍບໍ່ແຈ້ງລ່ວງໜ້າກ່ຽວກັບບັນດາເຫດຍິງລູກສອນໄຟດັ່ງກ່າວ.