ສື່ເອເລກໂຕນິກ ເຍີນເຢີນ ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ

ສື່ເອເລກໂຕນິກ ເຍີນເຢີນ ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ - ảnh 1
ສື່ເອເລກໂຕນິກ ເຍີນເຢີນ ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ
(ພາບ: nhandan.com.vn)

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 17/6, ຢູ່​ຮ່າ​ໂນ້ຍ, ສື່​ເອ​ເລກ​ໂຕ​ນິກ ​ເຍີນ​ເຢີ​ນ (ສຽງ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ) ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ 3 ໂດຍ​ພັກ ​ແລະ ລັດ​ມອບ​ໝາຍ​ໃຫ້. ວັນ​ທີ 21/6/1998 ສື່​ເອ​ເລກ​ໂຕ​ນິກ ​ເຍີນ​ເຢີ​ນ ກາຍ​ເປັນ​ໜັງສືພິມ​ປະຈຳ​ວັນທຳ​ອິດ​ຂອງ ຫວຽດນາມ ​ຖືກນຳເຂົ້າ​ເຄືອຂ່າຍອິນ​ເຕີ​ເນັດ. ຜ່ານ 15 ປີ, ສື່​ເອ​ເລກ​ໂຕ​ນິກ ​ເຍີນ​ເຢີ​ນ ພັດທະນາ​ຢ່າງ​ແຂງ​ແຮງ​ທັງ​ການຈັດ​ຕັ້ງ, ຮູບ​ແບບ ​ແລະ ​ເນື້ອ​ໃນ. ກ່ອນນີ້ມີ​ພຽງ​​​ພາສາ ຫວຽດນາມ ​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ສື່​ເອ​ເລກ​ໂຕ​ນິກ ​ເຍີນ​ເຢີ​ນ ​ໄດ້​ຈັດເປັນ​ພາສາ ອັງກິດ, ວີ​ດີ​ໂອ, ພາສາ ຈີນ, ​ເຍິນ​ເຢີ​ນ ​ໂມ​ບາຍ ​ແລະ ພວມ​ກະກຽມ​ຈັດເປັນພາສາ ຝຣັ່ງ, ລັດ​ເຊຍ ອີກ​ດ້ວຍ. ກ່ຽວ​ກັບ​ການ​ກຳນົດ​ທິດ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ນັກ​ຂ່າວ ຟ້າ​ມຊອງ​ຮ່າ, ຫົວໜ້າ​ຄະນະ​ບັນນາທິການ ສື່​ເອ​ເລກ​ໂຕ​ນິກ ​ເຍີນ​ເຢີ​ນ , ຊີ້​ແຈ້ງວ່າ:

“ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ການ​ປ່ຽນ​ໃໝ່​ຮອບດ້ານ​ທັງ​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ, ຄວາມ​ສະດວກ​ສະບາຍ ​ແລະ ພິ​ເສດ​ແມ່ນ​ຄຽງ​ຂ້າງໂຄສະນາຕາມ​ກຳນົດ​ທິດ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຈະເພີ່ມ​ບັນດາ​ຂໍ້​ມູນ​ຂ່າວສານ​ຕື່ມອີກເພື່ອ​ຮັບ​ໃຊ້​​ໃຫ້​ຜູ້​ອ່ານ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ຮັບປະກັນ​ຄວາມ​ຖືກຕ້ອງ ​ແລະ ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​​ແບບ, ພິ​ເສດ​ແມ່ນ​ຂ່າວ​ພົວພັນ​ຕ່າງປະ​ເທດ. ສື່ເອ​ເລກ​ໂຕ​ນິກ ຕ້ອງຕອບສະໜອງ​​້ຄຳຮຽກຮ້ອງ​ຕ້ອງການດ້ານ​ເຕັກນິກ. ຄຽງ​ຄູ່​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່ຈະຈັດຊ່ອງ​ໂທລະພາບ ​ເຍີນ​ເຢີ​ນ ​ແລະ ​ເພີ່​ມທະວີ​ທ່າ​ແຮງຫຼາຍຮູບການຂອງສື່​ເອ​ເລກ​ໂຕ​ນິກ ​ເຍີນ​ເຢີ​ນ ”

ຂ່າວ/ບົດ​ອື່ນ