ສ. ເກົາຫຼີ ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງຫວຽດນາມ

(VOVWORLD) - ຕົວເລກສະຖິຕິຂອງອົງການສົ່ງເສີມການຄ້າ - ການລົງທຶນ ສ. ເກົາຫຼີ (KOTRA) ທີ່ປະກາດໃນວັນທີ 12 ມິຖຸນາ ໄດ້ສະແດງໃຫ້ເຫັນວ່າ ໄລ່ຮອດໝົດປີ 2016, ການລົງທຶນຂອງບັນດາບໍລິສັດປະເທດນີ້ເຂົ້າ ຫວຽດນາມ ໄດ້ລື່ນກາຍຕົວເລກ 50 ຕື້ USD, ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ສຸດຂອງ ຫວຽດນາມ. 

ສ. ເກົາຫຼີ ກາຍເປັນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຂອງຫວຽດນາມ - ảnh 1ກຳມະກອນ ຫວຽດນາມ ເຮັດວຽກໃນບໍລິສັດມີ 100% ທຶນຂອງ ສ. ເກົາຫຼີ

(ພາບ: ສຳນັກຂ່າວສານ ຫວຽດນາມ)

ນັບແຕ່ປີ 1988, ບັນດາວິສາຫະກິດ ສ. ເກົາຫຼີ ໄດ້ລົງທຶນ 50,5 ຕື້ USD ເຂົ້າ ຫວຽດນາມ, ກວມ 30,8% ຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າພື້ນຖານເສດຖະກິດ ພວມພັດທະນາວ່ອງໄວ ຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້.

        ເຈົ້າໜ້າທີ່ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສ. ເກົາຫຼີ Kim Doo – hee ຮັບຮູ້ວ່າ: ພື້ນຖານເສດຖະກິດ ຫວຽດນາມ ພວມເຕີບໂຕແບບຍືນຍົງ, ດັ່ງນັ້ນ, ບັນດານັກລົງທຶນຕ່າງປະເທດນັບມື້ນັບຍູ້ແຮງການລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ