(vovworld) – ວັນທີ 4/8, ກະຊວງທ້ອນໂຮມປະເທດເປັນເອກະພາບ ສ ເກົາຫຼີ ຮຽກຮ້ອງໃຫ້ ສປປ ເກົາຫຼີ ເຊື່ອມຕໍ່ການເຈລະຈາ ກ່ຽວກັບເລື່ອງໃຫ້ ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວຄືນໃໝ່, ເຊີ່ງເຄີຍຖືກປິດປະຕູໃນກ່ວາ 3 ເດືອນທີ່ຜ່ານມາ.ໂຄສົກຂອງກະຊວງດັ່ງກ່າວເນັ້ນໜັກວ່າ: ຖ້າຫາກຢາກແກ້ໄຂບັນຫາ Kaesong ຢ່າງແທ້ຈິງ ແລະ ຖືເຂດອຸດສາຫະກຳລວມນີ້ຄືດັ່ງມາດຖານໃຫ້ແກ່ການພົວພັນລະຫວ່າງ 2 ພາກ ເກົາຫຼີ, ສປປ ເກົາຫຼີ ຄວນສະແດງເຈດຕະນາດີ ແລະ ມີການກະທຳແທນທີ່ການມິດງຽບ. ຂໍ້ວິຈານດັ່ງກ່າວໄດ້ຍົກອອກມາພາຍຫຼັງທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດເປັນເອກະພາບ ສ ເກົາຫຼີ Ryoo Kihl Jae ສະເໜີເຈລະຈາຄັ້ງສຸດທ້າຍກັບ ສປປ ເກົາຫຼີ ກ່ຽວກັບເລື່ອງໃຫ້ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວຄືນໃໝ່ ພຽງໜຶ່ງອາທິດ. ມາຮອດປະຈຸບັນ, ສປປ ເກົາຫຼີ ຍັງບໍ່ທັນມີປະຕິກິລິຍາໃດໆກ່ຽວກັບບັນຫາດັ່ງກ່າວເທື່ອ.