ຫຼັກການ 6 ຂໍ້ຢັ້ງຢືນບົດບາດ ໃຈກາງ
ລັດຖະມົນຕີການຕ່າງປະເທດກຳປູເຈຍ Hor Namhong
ແລະ ລັດຖະມົນຕີການຕ່າງປະເທດອີນໂດເນເຊຍMarty Natalegawa ທີ່ການພົບປະຢູ່ພະນົມເປັນເມື່ອວັນທີ 19/7
(ພາບ: AP)
|
Vovworld- ພາຍຫຼັງບັນດາຄວາມມານະພະຍາຍາມຂອງລັດຖະມົນຕີການຕ່າງປະເທດອີນໂດເນເຊຍ ທ່ານ Natalegawa, ພິເສດແມ່ນບັນດາການທາບທາມໂດຍກົງກັບລັດຖະມົນຕີການ ຕ່າງປະ ເທດຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ, ບັນດາ ປະເທດອາຊຽນ ໄດ້ເປັນເອກະພາບກ່ຽວກັບຫຼັກການ 6 ຂໍ້ຂອງອາຊຽນກ່ຽວກັບບັນຫາທະເທຕາເວັນອອກ, ຊຶ່ງແມ່ນເອກະສານຢັ້ງຢືນຄວາມສາມັກຄີໃນກຸ່ມອາຊຽນກໍຄືເພື່ອສ້າງພື້ນຖານຮັບປະກັນໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງເຄົາລົບ, ປະຕິບັດຕາມວິທີການກະທຳຢູ່ທະເລຕາເວັນອອກ. ບັນດາ ລັດຖະມົນຕີການຕ່າງປະເທດ ອາຊຽນໄດ້ຢືນຢັນຄືນຄຳໝັ້ນສັນຍາຂອງບັນດາປະເທດພາຄີທີ່ມີຕໍ່ ຫຼັກການ 6 ຂໍ້ເຊັ່ນ: ປະຕິບັດຖະແຫຼງການຢ່າງເຕັມສ່ວນກ່ຽວກັບວິທີການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ; ເຄົາລົບບັນດາຫຼັກການທີ່ໄດ້ຮັບການຮັບຮູ້ຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສ.ປ.ຊ ກ່ຽວກັບກົດມາຍທະເລປີ 1982( UNCLOS), ທຸກໆຝ່າຍຕ້ອງລະງັບໃຈ ແລະ ບໍ່ນຳໃຊ້ກຳລັງອາວຸດ; ແກ້ໄຂບັນດາການພິພາດໂດຍສັນຕິວິທີ, ສອດຄອງກັບບັນດາຫຼັກການ ທີ່ໄດ້ຮັບການຮັບຮູ້ຂອງກົດໝາຍສາກົນ, ໃນນັ້ນມີ UNCLOS . ເອກະສານສະບັບນີ້ ໄດ້ຢືນຢັນຄືນບັນດາຫຼັກການພື້ນຖານຂອງອາຊຽນໃນບັນຫາ ທະເລຕາເວັນອອກ, ຜ່ານນັ້ນ, ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ເປັນນ້ຳໜຶ່ງໃຈດຽວຂອງອາຊຽນ ແລະ ຢືນຢັນເລື່ອງອາຊຽນສືບຕໍ່ເສີມຂະຫຍາຍບົດບາດໃຈກາງຂອງຕົນໃນບັນຫາທີ່ເຄັ່ງຮ້ອນຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.