ຫຼຸດ 2/3 ​ລະ​ບຽບ​ການ​ບໍ​ລິ​ຫານ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະ​ຕິ​ບັດ​ບ້ວງ​ເງິນ​ໜູນ​ຊ່ວຍຊາວ​ຜູ້​ອອກ​ແຮງ​ງານ ທີ່​ມີມ​ູ​ນ​ຄ່າ 26.000 ຕື້​ດົ່ງ

(VOVWORLD) -ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍ 26.000 ຕື້ ດົ່ງນີ້ ຈະໄດ້ຜັນຂະຫຍາຍດ້ວຍເນື້ອໃນຈິດໃຈຈະຫຼຸດ 2/3 ຈຳນວນລະບຽບການບໍລິຫານ ເມື່ອທຽບໃສ່ກ່ອນນີ້.



   ນາຍົກລັດຖະມົນຕີ ຫວຽດນາມ ຫາກໍປະກາດໃຊ້ມະຕິເລກທີ 68 ວ່າດ້ວຍບັນດານະໂຍບາຍ ໜູນຊ່ວຍຊາວຜູ້ອອກແຮງງານ ແລະ ວິສາຫະກິດ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ຢ່າງເປັນທາງການ. ນີ້ແມ່ນບ້ວງເງິນໜູນຊ່ວຍມີມູນຄ່າ 26.000 ຕື້ດົ່ງ, ເຊິ່ງໄດ້ເພີ່ມຫຼາຍເປົ້າໝາຍຊົມໃຊ້ ດ້ວຍ 12 ກຸ່ມເປົ້າໝາຍນະໂຍບາຍໄດ້ຮັບການໜູນຊ່ວຍ, ລວມມີຜູ້ວາງງານ, ແຮງງານນອກລະບົບ, ຄອບຄົວດຳເນີນທຸລະກົດ, ວິສາຫະກິດ, ເດັກນ້ອຍ ແລະ ແມ່ຍິງຖືພາ… ລັດຖະບານ ໄດ້ກຳນົດອັດຕາການໜູນຊ່ວຍ ແມ່ນບໍໍ່ຕ່ຳກວ່າ 1,5 ລ້ານດົ່ງ ຕໍ່ຄົນ, ຫຼື 50.000 ດົ່ງ ຕໍ່ວັນ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອກຢຸງ ໃຫ້ຮູ້ວ່າ ບ້ວງເງິນໜູນຊ່ວຍ 26.000 ຕື້ ດົ່ງນີ້ ຈະໄດ້ຜັນຂະຫຍາຍດ້ວຍເນື້ອໃນຈິດໃຈຈະຫຼຸດ 2/3 ຈຳນວນລະບຽບການບໍລິຫານ ເມື່ອທຽບໃສ່ກ່ອນນີ້.

   ດ້ວຍເນື້ອໃນຈິດໃຈຜັນຂະຫຍາຍຢ່າງວ່ອງໄວຄືແນວນັ້ນ, ບັນດາວິສາຫະກິດ, ຊາວຜູ້ອອກແຮງງານ ຈະໄດ້ສຳຜັດ ແລະ ຊົມໃຊ້ນະໂຍບາຍທີ່ມີຄວາມໝາຍນີ້ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ