ຫັນເປັນອຸດສາຫະກຳໃນຂົງເຂດກະສິກຳ ເພື່ອພັດທະນາເສດຖະກິດຢູ່ແຂວງຈ່າວິງ
(ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ເຮັດວຽກຢູ່ແຂວງຈ່າວິງ)
(vovworld)- ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈ່າວິງ ເພື່ອກວດກາການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ວຽກງານກໍ່ສ້າງພັກ ແລະ ກະກຽມໃຫ້ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ. ຕອນບ່າຍ 8/3, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຮັດວຽກກັບຄະນະການນຳແຂວງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເໜີວ່າ, ໃນປີ 2015 ຈ່າວິງ ສູ້ຊົນຢ່າງຂ້ຽວຂາດເພື່ອບັນລຸໄດ້ບັນດາຄາດໝາຍ, ໜ້າທີ່ຊຶ່ງກອງປະຊຸມໃຫຍ່ຄະນະພັກແຂວງ ຄັ້ງທີ 9 ໄດ້ວາງອອກໃນລະດັບສູງສຸດ. ພ້ອມທັງກະກຽມທິດທາງ, ໜ້າທີ່ໃຫ້ໄລຍະ 5 ປີ ແລະ 10 ປີຈະມາເຖິງ ເພື່ອເຕີມໂຕດ້ານເສດຖະກິດ, ຮັກສາສະຖຽນລະພາບເພື່ອພັດທະນາແຂວງ.
“ແຂວງຈ່າວິງ ພັດທະນາຈາກກະສິກຳ, ສະນັ້ນ, ຕ້ອງນຳອຸດສາຫະກຳ ແລະ ບັນດາໂຄງການພັດທະນາກະສິກຳເຂົ້າເພື່ອສອດຄ່ອງກັບອັດຕາສ່ວນພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ການຮ່ວມສຳພັນໃນເຂດ. ກ່ອນອື່ນໝົດ, ຕ້ອງສຸມໃສ່ຍົກສູງຄຸນນະພາບ, ປະສິດທິຜົນດ້ານເສດຖະກິດກະສິກຳທັງເຂົ້າສານ, ລ້ຽງສັດ, ສິນໃນນ້ຳ, ຂຸດຄົ້ນ, ນຳໃຊ້ແຫຼ່ງກຳລັງທີ່ດິນຢ່າງສຸດຂີດ. ບັນຫາໜຶ່ງອີກນັ້ນແມ່ນ, ແຫຼ່ງຊັບພະຍາກອນມະນຸດຂອງແຂວງແມ່ນອຸດົມສົມບູນພໍສົມຄວນ ຍ້ອນເຫດນັ້ນ, ຕ້ອງບຳລຸງສ້້າງວິຊາຊີບ, ຫັນປ່ຽນອາຊີບ, ຍົກສູງລະດັບວິທະຍາດສາດເຕັກໂນໂລຊີ ເພື່ອພັດທະນາກະສິກຳ.”
ທ່ານເລຂາທິການໃຫຍ່ກໍສະເໜີແຂວງຈ່າວິງ ເອົາໃຈໃສ່ເປັນພິເສດເຖິງວຽກງານຊົນລະປະທານ, ບັນຫານ້ຳເຄັມ, ແຊກຊຶມການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ. ທ່ານເລຂາທິການໃຫຍ່ ກາວເຕື່ອນວ່າ, ແຂວງຈ່າວິງ ຕ້ອງເອົາໃຈໃສ່ປະຕິບັດວຽກງານຊົນເຜົ່າ, ສາສະໜາ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນຢ່າງດີ ເພື່ອພ້ອມກັນກໍ່ສ້າງບ້ານເກີດເມືອງນອນ ແລະ ປະເທດຊາດ.