ຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກຢູແກຼນ
ພາບປະກອບ:internet
|
(vovworld)- ວັນທີ 26/8, ປະທານາທິບໍດີ Belarus Alexander Lukashenko ໃຫ້ຮູ້ວ່າ: ບັນດາການນຳເຂົ້າຮ່ວມການເຈລະຈາຂັ້ນສູງຢູ່ ນະຄອນຫລວງ Minsk ໃນວັນດຽວກັນ ກ່ຽວກັບວິກິດການຢູ່ ຢູແກຼນ ໄດ້ເຫັນດີຕໍ່ການຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກ ຢູແກຼນ ແລະ ປາດຖະຫນາ ວິກິດການນີ້ຈະປະກອບສ່ວນເລີ່ມຕົ້ນວິວັດການສັນຕິພາບ.
ກ່າວຄຳເຫັນທີ່ການປະຊຸມຂ່າວ ພາຍຫລັງເຈລະຈາມາເປັນເວລາ 6 ຊົ່ວໂມງ, ທ່ານ Alexander Lukashenko ຢືນຢັນວ່າ: ການພົບປະແມ່ນຜົນສຳເລັດ, ແມ່ນບາດກ້າວເດີນທີ່ຖືກທິດ ເຖິງວ່າ ບັນດາການປຶກສາຫາລືແມ່ນຫຍຸ້ງຍາກທີ່ສຸດ ຍ້ອນ ມີຫລາຍທັດສະນະທີ່ຍັງບໍ່ລົງລອຍກັນ. ໃນຂະນະນັ້ນ, ທ່ານນາງ Catherine Ashton, ຜູ້ຕາງຫນ້າຂັ້ນສູງຂອງ ອີຢູ ຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ກໍໄດ້ຮຽກຮ້ອງຊອກຫາມາດຕະການໃຫ້ແກ່ວິກິດການຢູ່ ຢູແກຼນ. ທ່ານປະທານາທິບໍດິລັດເຊຍ V Putin ຖະແຫລງວ່າ ການນຳໃຊ້ກຳລັງອາວຸດ ພຽງແຕ່ເຮັດໃຫ້ຄວາມເຄັ່ງຕຶງ ຢູ່ ຢູແກຼນ ປີນຂັ້ນໄດ, ແລະ ກີແອບ ຄວນເຈລະຈາກັບຜູ້ຕາງຫນ້າຂອງກຳລັງທວງໃຫ້ຫັນເປັນສະຫະພັນຢູ່ພາກຕາເວັນອອກ. ກ່ຽວຂ້ອງເຖິງບັນດາຄຳສັ່ງລົງໂທດຂອງ ຝ່າຍຕາເວັນຕົກ, ທ່ານ Putin ໃຫ້ຮູ້ວ່າ: ລັດເຊຍ, ກາຊັກສະຖານ ແລະ ເບລາຣຸດ ໄດ້ເຫັນດີເປັນເອກະສັນກັນກ່ຽວກັບບັນດາມາດຕະການໂຕ້ຕອບ.