ຫວຽດ​ນາມກວດ​ພົບ​ອີກ​ກໍ​ລະ​ນີ​ຫ​ນຶ່ງ​ຕິດCovid -19, ບັນ​ດາ​ຄົນ​ເຈັ​ບ​ໜັກ​ມີ​​ອາ​ການ​ດີ​ຂຶ້ນ

(VOVWORLD) -ປັດຈຸບັນ, ທົ່ວປະເທດມີ ຄົນເຈັບ 91 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ສ່ວນ 150 ຄົນຍັງເຫຼືອພວມໄດ້ຮັບການປິ່ນປົວຢູ່ຮາກຖານສາທາລະນະສຸກ 21 ແຫ່ງໃນທົ່ວປະເທດ.
ຫວຽດ​ນາມກວດ​ພົບ​ອີກ​ກໍ​ລະ​ນີ​ຫ​ນຶ່ງ​ຕິດCovid -19, ບັນ​ດາ​ຄົນ​ເຈັ​ບ​ໜັກ​ມີ​​ອາ​ການ​ດີ​ຂຶ້ນ - ảnh 1ພາບປະກອບ 

 ຮອດຕອນບ່າຍວັນທີ 5 ເມສາ ປີ 2020, ຫວຽດນາມກວດພົບອີກກໍລະນີຫນຶ່ງຕິດເຊື້ອພະຍາດ Covid -19 . ຄົນເຈັບແມ່ນເພດຊາຍ ອາຍຸ 20 ປີ ເປັນນັກສຶກສາຫວຽດນາມ ຮຽນຢູ່ ອັງກິດ ປະຈຸບັນ ພວມຢູ່ເຂດແຍກຕົວທີ່ນະຄອນ ໂຮ່ຈີມິນ, ຍົກຈຳນວນຜູ້ຕິດເຊື້ອພະຍາດ Covid -19 ຢູ່ ຫວຽດນາມ ຂຶ້ນເປັນ 241 ຄົນ. ໃນຈຳນວນ 24່1 ຄົນດັ່ງກ່າວມີ 149 ຄົນມາຈາກຕ່າງປະເທດ ກວມເອົາ 62,1%. ກ່ຽວກັບສະພາບການສຸຂະພາບຂອງຄົນເຈັບໜັກ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ, ມາຮອດປັດຈຸບັນ, ຄົນເຈັບເພດຍິງ ມີອາຍຸ 65 ປີ, ຊາວຫວຽດນາມ ຕ້ອງຮັບການປິ່ນປົວດ້ວຍ ECMO ນັ້ນ, ເລີ່ມ ສິ້ນສຸດການປິ່ນປົວດ້ວຍ ECMO ແຕ່ວັນທີ 19 ມີນາ ແລະ ມີອາການສຸຂະພາບດີຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ