(vovworld) - ວັນທີ 03/06, ຢູ່ສຳນັກງານສະຫະປະຊາຊາດ, ນະຄອນນິວຢອກ, ປະເທດອາເມລິກາ ໄດ້ດຳເນີນກອງປະຊຸມຂັ້ນສູງຂອງກອງບັນຊາການຕຳຫຼວດບັນດາປະເທດ ໂດຍສະຫະປະຊາຊາດຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ນຳໜ້າບັນດາກຳລັງຕຳຫຼວດແຫ່ງຊາດກວ່າ 100 ທ່ານ. ຄະນະຜູ້ແທນຫວຽດນາມ ໂດຍພົນໂທ, ສາດສະດາຈານ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດນຳໜ້າ. ຈຸດປະສົງຂອງກອງປະຊຸມແມ່ນຍົກອອກທິດທາງເຄື່ອນໄຫວ ເພື່ອໃຫ້ຕຳຫຼວດສະຫະປະຊາຊາດ ເສີມຂະຫຍາຍບົດບາດຂອງຕົນໃນພື້ນທີ່ຕົວຈິງເປັນຢ່າງດີ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນວັນແທ່ງ ໃຫ້ຮູ້ວ່າ, ກະຊວງຕຳຫຼວດຫວຽດນາມ ໄດ້ສ້າງແຜນການຈັດສົ່ງນາຍຕຳຫຼວດເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ພວມຕັ້ງໜ້າກະກຽມທຸກແຫຼ່ງກຳລັງທີ່ຈຳເປັນເພື່ອປະຕິບັດແຜນການນີ້. ຫວຽດນາມ ສະເໜີໃຫ້ສະຫະປະຊາຊາດ ຈັດຕັ້ງກອງປະຊຸມປະຈຳປີເພື່ອໃຫ້ຜູ້ບັນຊາການຕຳຫຼວດບັນດາປະເທດແບ່ງປັນບົດຮຽນ, ແລກປ່ຽນຂໍ້ມູນຂ່າວສານ, ພ້ອມທັງມີແຜນການເຄື່ອນໄຫວລະອຽດຕາມແຕ່ລະເຂດ…