ຫວຽດນາມກ່າວປະນາມການກະທຳກໍ່ການຮ້າຍຢູ່ນະຄອນVolgogradຢ່າງຮຸນແຮງ

ຫວຽດນາມກ່າວປະນາມການກະທຳກໍ່ການຮ້າຍຢູ່ນະຄອນVolgogradຢ່າງຮຸນແຮງ - ảnh 1
ກຳລັງກູ້ໄພກູ້ຊີບປະຕິບັດງານຢູ່ສະຖານທີ່ເກີດເຫດ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(vovworld) - ວັນ​ທີ 30/12/2013, ​ເມື່ອ​ຕອບ​ຄຳ​ຖາມ​ຂ​ອງນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິລິຍາ​ຂອງ ຫວຽດນາມ ກ່ຽວ​ກັບ​ເຫດ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່​ນະຄອນ Volgograd, ​ແຫ່ງສະຫະພັນ ລັດ​ເຊຍ, ​ໃນ​ວັນ​ທີ 29 ​ແລະ 30/12/2013, ​ໂຄສົກ​ກະຊວງ​ກາ​ນຕ່າງ​ປະທານ ຫວຽດນາມ ​ທ່ານ ເລືອ​ງ​ແທງ​ຫງີ້ ຊີ້​ແຈ້ງວ່າ:

    “ຫວຽດນາມ ກ່າວ​ປະນາມ​ຢ່າງ​ຮຸນ​ແຮງການ​ກະທຳ​ກໍ່​ການ​ຮ້າຍ​ຢູ່​ນະ​ຄອນ Volgograd (ສະຫະພັນ ລັດ​ເຊຍ) ​ໃນ​ວັນ​ທີ 29 ​ແລະ 30/12/2013 ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​. ພວກ​ຂ້າພະ​ເຈົ້າ​ຂໍ​ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ ​ແລະ ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລີກ​ເຊິ່ງ​ໄປ​ຍັງ​ຄອບຄົວ ​ແລະ ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ, ລັດຖະບານ ​ແລະ ປະຊາຊົນ ລັດ​ເຊຍ. ພວກ​ຂ້າພະ​ເຈົ້າ​ເຊື່​ອໝັ້ນ​ວ່າ ພວກ​ກໍ່​ການ​ຮ້າຍ​ດັ່ງກ່າວ​ຈະ​ຖືກ​ລົງ​ໂທ​ຕາມ​ລະບຽບ​ກົດໝາຍ.”


ຂ່າວ/ບົດ​ອື່ນ