ຫວຽດນາມກ່າວປະນາມເລື່ອງໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ

ຫວຽດນາມກ່າວປະນາມເລື່ອງໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ - ảnh 1
ພາບປະກອບ

(vovworld) - ຕອນ​ບ່າຍ​ວັນ​ທີ 13/3, ຜູ້ຕາງໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ທີ່​ສະ​ໄໝ​ປະຊຸມ​ຄັ້ງ​ທີ 25, ສະພາ​ສິດ​ທິມະນຸດ ສປຊ ​ໄດ້​ດຳ​ເນີນ​ວາລະ​​ເຈລະຈາ​ກັບ​ຜູ້ຕາງໜ້າ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່ ສປຊ 2 ທ່ານ​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ເດັກນ້ອຍ ​ແລະ ​ເດັກກັບ​ການ​ປະ​ທະ​ກັນດ້ວຍ​ກຳລັງ​ອາວຸດ. ຫວຽດນາມ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາ​ຍາມ​ຂອງ​ບັນດາ​ຜູ້ຕາງໜ້າ​ພິ​ເສດ, ບັນດາ​ອົງການ ສປຊ ​ແລະ ປະຊາ​ຄົມ​ໂລກ ​ໃນ​ການ​ສະກັດ​ກັ້ນ, ລົບ​ລ້າງ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ເດັກ ​ແລະ ປົກ​ປັກ​ຮັກສາ​ສິດ​ຂອງ​ເດັກ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ. ຫວຽດນາມ ຢືນຢັນ ​ເພື່ອ​ປະກອບສ່ວນປົກປັກຮັກສາສິດຂອງເດັກໃນການປະທະກັນ, ຄວນສືບຕໍ່ຊຸກຍູ້ ການຮ່ວມມື, ເພີ່ມທະວີການໜູນຊ່ວຍດ້ານເຕັກນິກລະຫວ່າງບັນດາ ຝ່າຍກ່ຽວຂ້ອງຄື ລັດຖະບານ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ, ບັນດາອົງການຂອງ ສປຊ ແລະ ບັນດາອົງການບໍ່ຂຶ້ນກັບ ລັດຖະບານ, ບັນດາຍຸດທະສາດ, ມາດຕະການສະກັດກັ້ນ ມີຄວາມໝາຍສຳຄັນຊ່ວຍສະກັດກັ້ນການປະທະກັນ - ເຊິ່ງແມ່ນສາຍ​ເຫດຂອງການ ລະເມີດສິດຂອງເດັກໃນສົງຄາມ, ດ້ານອື່ນ, ຊ່ວຍຫລຸດຜ່ອນຜົນ ສະທ້ອນຂອງການ ປະທະກັນສຳລັບເດັກ. ຄະນະຜູ້ແທນ ຫວຽດນາມ ກໍ່ຖືວ່າ: ການໃຊ້ຄວາມຮຸນແຮງ ແລະ ເລື່ອງທໍລະມານສຳລັບເດັກຕ້ອງໄດ້ຮັບການລົງໂທດຢ່າງເໝາະສົມ. ລັດຖະບານບັນດາ ປະເທດຄວນເອົາໃຈໃສ່ ແລະ ສືບຕໍ່ປະຕິຮູບລະບົບກົດໝາຍ, ສ້າງບັນດາໂຄງການ ເຄື່ອນໄຫວ ແລະ ນະໂຍບາຍບຸລິມະສິດກ່ຽວກັບການປົກປັກຮັກສາເດັກກ່ວາອີກ.

 

ຂ່າວ/ບົດ​ອື່ນ