ຫວຽດນາມຈັດກຳປັ່ນກູ້ໄພກູ້ຊີບອອກໝູ່ເກາະຮ່ວາງຊາແມ່ນການເຄື່ອນໄຫວຖືກຕ້ອງຕາມກົດໝາຍ
(ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ຟ້າມທູຮັ່ງ)
(vovworld) - ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ ໃນວັນທີ 4/6, ຢູ່ຮ່າໂນ້ຍ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ກໍລະນີກຳປັ່ນກູ້ໄພກູ້ຊີບຂອງຫວຽດນາມ ກູ້ຊ່ວຍຊາວປະມົງປະສົບເຄາະຮ້າຍໃນຂະນະໄປຜ່ານເກາະ ຈີໂຕນ ຂຶ້ນກັບໝູ່ເກາະຮ່ວາງຊາ, ຖືກກຳ່ປັ່ນຂອງກອງທັບເຮືອຈີນ ກີດຂວາງນັ້ນ. ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ຟ້າມທູຮັ່ງ, ໃຫ້ຮູ້ວ່າ:
“ປະຈຸບັນ ກະຊວງການຕ່າງປະເທດຫວຽດນາມ ພວມກວດກາຂໍ້ມູນນີ້. ຫວຽດນາມ ຢືນຢັນອີກເທື່ອໜຶ່ງອະທິປະໄຕທີ່ບໍ່ອາດໂຕ້ຖຽງກັນໄດ້ສຳລັບໝູ່ເກາະຮ່ວາງຊາ. ເລື່ອງຫວຽດນາມ ຈັດກຳປັ່ນກູ້ໄພກູ້ຊີບອອກໝູ່ເກາະຮ່ວາງຊາ ແມ່ນການເຄື່ອນໄຫວເປັນປົກກະຕິ, ຖືກຕ້ອງຕາມກົດໝາຍຫວຽດນາມ ແລະ ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວາດ້ວຍທະເລປີ 1982“.
ແລະກໍ່ຢູ່ທີ່ການປະຊຸມຂ່າວ, ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ຟ້າມທູຮັ່ງ, ໃຫ້ຮູ້ວ່າ: ລັດຖະບານ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງເຖິງລັດຖະບານ ແລະ ປະຊາຊົນຈີນ ກໍ່ຄືຄອບຄົວຂອງຜູ້ປະສົບເຄາະຮ້າຍໃນກໍລະນີກຳ່ປັ່ນຈົມນຳ້ເມື່ອວັນທີ 1/6 ຜ່ານມາ, ເຮັດໃຫ້ປະຊາຊົນຫຼາຍຄົນຖືກຫາຍສາບສູນ ແລະ ຮັບບາດເຈັບ
ກ່ຽວກັບການຢ້ຽມຢາມຫວຽດນາມ ຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Ashton Carter ຫວ່າງແລ້ວນີ້. ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ການຢ້ຽມຢາມນີ້ ໄດ້ເປີດບັນດາເນື້ອໃນຮ່ວມມືສຳຄັນ ເພື່ອແນໃສ່ເຮັດໃຫ້ການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອາເມລິກາ ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ.