ລາຍການແລ່ນແລະ ລານຕອບສະໜອງຊີເກັມ 29 ແລະ ປາຣາເກັມຄັ້ງທີ 9
(vovworld) - ມີປະມານ 2.000 ຄົນໄດ້ເຂົ້າຮ່ວມລາຍການແລ່ນແລະ ລານຕອບສະໜອງຊີເກັມ 29 ແລະ ປາຣາເກັມຄັ້ງທີ 9, ເຊິ່ງດຳເນີນໃນຕອນເຊົ້າວັນທີ 9/4 ຢູ່ເຂດໜອງ ຮ່ວານກ໋ຽມ, ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນການແລ່ນ ແລະ ລານດ້ວຍຂະໜາດໃຫຍ່ ເຊິ່ງຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້. ທ່ານ ເວືອງບິກທັ໋ງ, ຫົວໜ້າກົມໃຫຍ່ກິລາກາຍະກຳ ຫວຽດນາມ, ໃຫ້ຮູ້ວ່າ:
“ການເຄື່ອນໄຫວແລ່ນແລະລານຂອງທຸກປະເທດໃນກຸ່ມ ອາຊຽນ ສ້າງເປັນການຮ່ວມສຳພັນ ແລະ ຊ່ວຍເພີ່ມທະວີຄວາມສາມັກຄີມິດຕະພາບລະຫວ່າງປະຊາຊົນບັນດາປະເທດ ອາຊຽນ ນຳກັນ. ການແລ່ນ ແລະ ລານ ເປັນແຫຼ່ງປຸກລະດົມກຳລັງໃຈໃຫ້ບັນດານັກກິລາເຂົ້າຮ່ວມ ຊີເກມ, ປາຣາເກມ ຈະມາເຖິງ ໃຫ້ບັນລຸຜົນງານສູງສຸດ, ແລະ ສ້າງສະຖິຕິໃໝ່“.
ຊີເກມ 29 ຈະດຳເນີນຢູ່ ມາເລເຊຍ ແຕ່ວັທີ 19-31/88/2017, ດ້ວຍ 39 ປະເພດກິລາ, ລວມມີ 405 ເນື້ອໃນ. ຫຼັງຈາກນັ້ນຈະດຳເນີນ ປາຣາເກມ ຄັ້ງທີ 9 ແຕ່ວັນທີ 17-23/9/2017.