ຫວຽດນາມຈັດພິທີ ສະເຫຼີມສະຫຼອງວັນໃຊ້ ພາສາຝະລັ່ງສາກົນ


ຫວຽດນາມຈັດພິທີ ສະເຫຼີມສະຫຼອງວັນໃຊ້ ພາສາຝະລັ່ງສາກົນ - ảnh 1

(ພາບ: vov)

 (vovworld)- ​ ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໃຊ້​ພາສາ​ຝະລັ່ງ​ສາກົນ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 14/3 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ທ່ານ Abdou Diouf ​ເລຂາທິການ​ໃຫ່ຍອົງການ​ໃຊ້​ພາສາ​ຝະລັ່ງ ​ແລະ ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ເນັ້ນໜັກ​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ແມ່ນ​ໂອກາດ​ຮັດ​ແໜ້ນ​ນ້ຳໃຈ​ສາມັກຄີ​ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ອົງການ​ໃຊ້​ພາ​ສະ​ຝະລັ່ງ​ກ່ວາ​ອີກ, ​ແມ່ນ​ໂອກາດ​ເຊີດຊູ​ພາສາ​ຝະລັ່ງ ​ແລະ ບັນດາ​ຄຸນຄ່າ​ໂດຍ​ພາສາ​ນີ້​ສົ່ງ​ມາ​​ໃຫ້​ຫວຽດນາມ ​ເວົ້າສະ​ເພາະ ​ແລະ ພາກ​ພື້ນ​ອາຊີ-​ປາຊີ​ຟິກ​ເວົ້າລວມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ເນັ້ນໜັກ​ວ່າ:

   “ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ໄຊຊະນະ ​ແລະ ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ ຕໍ່​ໂລກ​ເວົ້າລວມ ​ແລະ ຕໍ່​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ​ເວົ້າສະ​ເພາະ, ​ໃນ​ນັ້ນ, ທ່ານ​ເລຂາທິການ​ໃຫ່ຍ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່ຜົນສຳ​ເລັດ​ນີ້. ຫວຽດນາມ ກໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຕັ້ງໜ້າ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ. ພິ​ເສດ, ປະຈຸ​ບັນ, ຫວຽດນາມ ​ໄດ້ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຊຸກຍູ້​ການ​ໃຊ້​ພາ​ສະ​ຝະລັ່ງ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ສອນ​ພາສາ​ຝະລັ່ງ​ໃຫ້​ບັນດາ​ພະນັກງານ, ລັດຖະກອນ​ຫວຽດນາມ“./.

ຂ່າວ/ບົດ​ອື່ນ