ຫວຽດນາມຈະກາຍເປັນປະເທດຜະລິດກະສິກຳຫຼັກແຫຼ່ງຢູ່ອາຊີຕາເວັນອອກສ່ຽງໃຕ້
(ພາບປະກອບ)
(vovworld) - ໃນການແລກປ່ຽນຫວ່າງແລ້ວນີ້, ທີ່ສະຫງວນໃຫ້ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາຊະອານາຈັກອັງກິດ, ສາດສະດາຈານ A.Terry, ຫົວໜ້າໂຄງການຄົ້ນຄວ້າຜະລິດຕະພັນກະເສດ, ສັງກັດມະຫາວິທະຍາໄລ Cranfield (ອັງກິດ) ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ຈະກາຍເປັນປະເທດຫຼັກແຫຼ່ງໃນຂົງເຂດຜະລິດກະສິກຳຢູ່ອາຊີຕາເວັນອອກສ່ຽງໃຕ້ ດ້ວຍຫຼາຍຜະລິດຕະພັນທີ່ມີຄຸນນະພາບສູງ. ຫວຽດນາມ ບໍ່ພຽງແຕ່ປູກຝັງ ແລະ ສົ່ງອອກບັນດາສິນຄ້າທີ່ເປັນມູນເຊື້ອຄື: ເຂົ້າສານ, ໝາກພິກໄທ, ກາເຟ… ເທົ່ານັ້ນ, ຫາກຍັງຫັນບັນດາສິນຄ້າຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ເປັນຫຼາຍຮູບຫຼາຍແບບ ເພື່ອເຂົ້າຮ່ວມຕະຫຼາດຜະລິດຕະພັນກະເສດໃນໂລກອີກດ້ວຍ.
ສຳລັບວຽກງານມອບໂອນເຕັກໂນໂລຊີຂອງມະຫາວິທະຍາໄລ Cranfield, ທ່ານສາດສະດາຈານ Terry ຖືຶວ່າ, ມີ 3 ວິທີຕົ້ນຕໍເພື່ອຊຸກຍູ້ວິວັດການມອບໂອນເຕັກໂນໂລຊີລະຫວ່າງ ມະຫາວິທະຍາໄລ Cranfield ແລະ ຊາວກະສິກອນຢູ່ຫວຽດນາມ ນັ້ນແມ່ນ: ຜ່ານບັນດານັກສຶກສາ ຫຼື ນັກຄົ້ນຄ້ວາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ Cranfield; ທີ່ 2 ແມ່ນຜ່ານບັນດາບໍລິສັດນາໆຊາດ ແລະ ທີ່ 3 ແມ່ນຜ່ານບັນດາກິດຈະກຳຄົ້ນຄວ້າ, ພິມຈຳໜ່າຍ ຫຼື ສື່ສານ.