ຫວຽດນາມຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສປຊ

(VOVWORLD) -ວັນທີ 29 ສິງຫາ, ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ ພາຍໃຕ້ການເປັນປະທານຂອງ ອີຢີບ ຊື່ງເປັນປະທານສະພາຄວາມໝັ້ນຄົງ ສປຊ ເດືອນສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງການປຶກສາຫາລືເປີດດ້ວຍຫົວຂໍ້ “ບັນດາກຳລັງຮັກສາສັນຕິພາບຂອງ ສປຊ: ຄວາມສາມາດບົ່ມຊ້ອນ ປະກອບສ່ວນສຳລັບເປົ້າໝາຍຮັກສາສັນຕິພາບ”. 
ຫວຽດນາມຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສປຊ - ảnh 1 ທ່ານນາງຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ

ເຂົ້າຮ່ວມການປຶກສາຫາລື ມີກວ່າ70 ປະເທດສະມາຊິກ ແລະ ຜູ້ຕາງຫນ້າບັນດາອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງຫງວຽນເຟືອງງາ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ເນັ້ນຫນັກວ່າ: ສັນຕິພາບ, ຄວາມໝັ້ນຄົງ ແມ່ນເງື່ອນໄຂທີ່ຈຳເປັນໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກົງກັນຂ້າມ, ບັນດາການເຄື່ອນໄຫວຮັກສາສັກຕິພາບຂອງ ສປຊ ຕ້ອງປ່ຽນແປງໃຫມ່ເພື່ອຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງພວມເກີດຂຶ້ນ, ຫັນບັນດາເປົ້າໝາຍສັນຕິພາບແບບຍືນຍົງໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ