ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Yoji Sato ປະທານກຸ່ມບໍລິສັດ Sojitz
(vovworld) - ຕອນເຊົ້າວັນທີ 28/06 ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Yoji Sato ປະທານກຸ່ມບໍລິສັດ Sojitz (ຍີ່ປຸ່ນ) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ກຸ່ມບໍລິສັດ Sojitz ແມ່ນບໍລິສັດການຄ້າສັງລວມແຖວໜ້າຂອງ ຍີ່ປຸ່ນ, ເຊິ່ງມີໜ້າຢູ່ ຫວຽດນາມ ໃນ 30 ປີຜ່ານມາ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ບັນດາວິສາຫະກິດ ຍີ່ປຸ່ນ ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ເປັນຕົ້ນແມ່ນຂະແໜງບຸລິມະສິດໃນຍຸດທະສາດຫັນເປັນອຸດສາຫະກຳພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ອຸດສາຫະກຳ ສຳຮອງ, ຍູ້ແຮງການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍກໍ່ສ້າງຊັບພະຍາກອນມະນຸດ, ທ່ານປະທານປະເທດ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ປັບປຸງບັນດາກອບກົດໝາຍ ນະໂຍບາຍ…ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເປັນປົກກະຕິ ແລະ ສະດວກສະບາຍກ່ວາອີກ ໃຫ້ແກ່ນັກລົງທຶນຕ່າງປະເທດ ໃນນັ້ນມີບັນດາວິສາຫະກິດ ຍີ່ປຸ່ນ. ປະຈຸບັນ ຫວຽດນາມ ພວມສົມທົບກັບຝ່າຍ ຍີ່ປຸ່ນ ເພື່ອຜັນຂະຫຍາຍຂໍ້ລິເລີ່ມ ຫວຽດນາມ - ຍີ່ປຸ່ນ ໄລຍະ 6 ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃນປີ 2016. ປະທານກຸ່ມບໍລິສັດ Sojitz ເນັ້ນໜັກວ່າ: ນະໂຍບາຍຂອງກຸ່ມບໍລິສັດ Sojitz ແມ່ນຖືເອົາ ຫວຽດນາມ ເປັນໃຈກາງໃຫ້ແກ່ບັນດາການເຄື່ອນໄຫວຢູ່ພາກພື້ນ; ພ້ອມທັງສະແດງຄວາມຕັດສິນໃຈສືບຕໍ່ເປີດກ້ວາງການລົງທຶນຢູ່ ຫວຽດນາມ, ທ່ານ Yoji Sato ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື, ໜູນຊ່ວຍຈາກບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ແນໃສ່ຊ່ວຍກຸ່ມບໍລິສັດລົງທຶນ ຢ່າງມີປະສິດທິຜົນຢູ່ ຫວຽດນາມ, ຜ່ານນັ້ນ ປະກອບສວ່ນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ ແລະ ເລິກເຊິ່ງກ້ວາງຂວາງ.