(vovworld) – ສ້າງຕັ້ງຊ່ອງສົ່ງອອກສິນຄ້າຢູ່ບັນດາປະເທດສະມາຊິກສະຫະພາບເອີລົບ (EU) ເວົ້າລວມ ແລະ ອີຕາລີເວົ້າສະເພາະ; ເປີກວ້າງຕະຫຼາດໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ; ຮໍ່າຮຽນເພື່ອຍົກສູງບົດນຽນດຳເນີນທຸລະກິດ, ຍົກສູງທັກສະໃນການຄຸ້ມຄອງໃຫ້ວິສາຫະກິດ… ແມ່ນເນື້ອໃນຕົ້ນຕໍ່ໃນກອງປະຊຸມສຳມະນາການຮ່ວມມືດ້ານເສດຖະກິດຫວຽດນາມ - ອີຕາລີ ເຊິ່ງຫາກໍດຳເນີນໄປຢູ່ Rome. ນີ້ແມ່ນການເຄື່ອນໄຫວໂດຍອົງການການຄ້າ, ສະຖານທູດຫວຽດນາມ ປະຈຳອີຕາລີ ສົມທົບກັບກະຊວງພັດທະນາເສດຖະກິດອີຕາລີ, ສະຫະພັນວົງການເຈົ້າຂອງອຸດສາຫະກຳອິຕາລີ ແລະ ບັນດາຄູ່ຮ່ວມມືອີຕາລີ ຈັດຕັ້ງ, ຕາມຂອບເຂດໂຄງການສົ່ງເສີມດ້ານການຄ້າແຫ່ງຊາດຂອງສະຫະສະມາຄົມພັດທະນາສິນຄ້າໃຊ້ສອຍຫວຽດນາມ. ກອງປະຊຸມສຳມະນາ ໄດ້ໂຄສະນາກາລະໂອກາດລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ, ຊ່ວຍໃຫ້ວິສາຫະກິດຫວຽດນາມ ມີແຫຼ່ງຂ່າວທີ່ມີຜົນປະໂຫຍດກ່ຽວກັບຄວາມສາມາດບົ່ມຊ້ອນ, ບັນດາຂົງເຂດຮ່ວມມືດຳເນີນທຸລະກິດຢູ່ຕະຫຼາດນີ້.