ຫວຽດນາມຊ່ວຍລາວກໍ່ສ້າງໂຮງໝໍມິດຕະພາບຊຽງຂວາງ
ພິທີວາງສີລານຶກໂຄງການກໍ່ສ້າງໂຮງໝໍມິດຕະພາບຊຽງຂວາງ
(ພາບ: tuoitre)
(vovworld) – ຕອນເຊົ້າວັນທີ 02/01, ຢູ່ແຂວງ ຊຽງຂວາງ, ໄດ້ຈັດພິທີວາງສີລານຶກໂຄງການກໍ່ສ້າງໂຮງໝໍມິດຕະພາບຊຽງຂວາງ. ນີ້ແມ່ນໂຄງການພັດທະນາພື້ນຖານໂຄງລ່າງດ້ານສາທາລະນະສຸກໃຫຍ່ກວ່າໝູ່ ນັບແຕ່ກອນມາຮອດປະຈຸບັນຂອງຫວຽດນາມ ຢູ່ພາກເໜືອຂອງລາວ, ເຊິ່ງໄດ້ຮັບການລົງທຶນກໍ່ສ້າງຈາກແຫຼ່ງເງິນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ທີ່ສະຫງວນໃຫ້ລັດຖະບານລາວ. ໂຮງໝໍມິດຕະພາບຊຽງຂວາງ ໄດ້ຮັບການກໍ່ສ້າງໃນເນື້ອທີ່ດິນ 2,5 ha, ຍອດເງິນລົງທຶນແມ່ນປະມານ 400 ຕື້ດົງ. ໂຄງການໂດຍແຂວງ ເງັ້ອານ ເປັນເຈົ້າຂອງລົງທຶນ ດ້ວຍຂະໜາດ 200 ຕ່ຽງໃຫ້ຄົນເຈັບ; ພື້ນຖານດ້ານວັດຖຸ, ເຄື່ອງອຸປະກອນທີ່ທັນສະໄໝ ຮັບໃຊ້ໃຫ້ວຽກງານກວດ ແລະ ປິ່ນປົວພະຍາດຂອງປະຊາຊົນແຂວງຊຽງຂວາງ. ກ່າວຄຳເຫັນທີ່ພິທິວາງສີລານຶກໂຄງການກໍ່ສ້າງ, ທ່ານ ຫງວຽນຈິ໋ຢຸງ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ, ຮອບປະທານຄະນະກຳມະການຮ່ວມມືຫວຽດນາມ - ລາວ, ເນັ້ນໜັກວ່າ, ເລື່ອງລັດຖະບານຫວຽດນາມ ສະຫງວນບ້ວງເງິນໃຫຍ່ ເພື່ອກໍ່ສ້າງໂຮງໝໍມິດຕະພາບຊຽງຂວາງ ແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນການເພີ່ມທະວີວຽກງານສົ່ງເສີນສຸຂະພາບໃຫ້ປະຊາຊົນລາວ ບັນດາເຜົ່າ; ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງ 2 ລັດຖະບານ, 2 ຄະນະກຳມະການຮ່ວມມືໃນການຍູ້ແຮງການປະຕິບັດຍຸດທະສາດຮ່ວມມືຫວຽດນາມ - ລາວ ຢູ່ 2 ແຂວງຊຽງຂວາງ ແລະ ຫົວພັນ.