ຫວຽດນາມຊອກຫາໂອກາດສົ່ງອອກສິນຄ້າຢູ່ງານຕະຫຼາດນັດການຄ້າໃຫຍ່ສຸດອາຟິຼກກາ
(VOVWORLD) -SAITEX ປີນີ້ມີການເຂົ້າຮ່ວມຂອງວິສາຫະກິດເກືອບ 400 ແຫ່ງທີ່ມາຈາກ 36 ປະເທດ ແລະ ຄາດວ່າຈະດຶງດູດແຂກເຂົ້າຊົມນັບພັນໆຄົນ.
ຮ້ານວາງສະແດງ ແລະ ຂາຍສິນຄ້າຂອງຫວຽດນາມຢູ່ ງານຕະຫຼາດນັດການຄ້າສາກົນອາຟິຼກກາ SAITEX 2018
(ພາບ: TTXVN)
|
ວັນທີ 24 ມິຖນາ, ງານຕະຫຼາດນັດການຄ້າສາກົນອາຟິຼກກາ SAITEX 2018 ຄັ້ງທີ 25 ໄດ້ຖືກໄຂຂຶ້ນຢູ່ນະຄອນ Johannesburg ຂອງ ອາຟິຼກກາໃຕ້. ເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້, ຄະນະຫວຽດນາມລວມມີວິສາຫະກິດ 8 ແຫ່ງ ເຂົ້າຮ່ວມໂຄສະນາບັນດາຜະລິດຕະພັນທີ່ເປັນທ່າແຮງຂອງປະເທດຕົນຄື ກາເຟ, ເຂົ້າສານ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ວັດສະດຸກໍ່ສ້າງ. ນອກຈາກຈຸດປະສົງຢາກຊຸກຍູ້ວົງເງິນການຄ້າແລ້ວ, ການເຂົ້າຮ່ວມເປັນຈຳນວນຫຼວງຫຼາຍຂອງບັນດາວິສາຫະກິດຫວຽດນາມຢູ່ງານຕະຫຼາດນັດຄັ້ງນີ້ ກໍແມ່ນຈຸດພົ້ນເດັ່ນໜຶ່ງໃນຈຳນວນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ອາຟິຼກກາໃຕ້ ແມ່ນຕະຫຼາດຈຸດສຸມ ແລະ ຄູ່ຮ່ວມມືການຄ້າສຳຄັນທີ່ສຸດຂອງຫວຽດນາມຢູ່ອາຟິຼກກາ.
ໂດຍໄດ້ຮັບການຕີລາຄາວ່າ ແມ່ນຕະຫຼາດການຄ້າໃຫຍ່ສຸດອາຟິຼກກາ, SAITEX ປີນີ້ມີການເຂົ້າຮ່ວມຂອງວິສາຫະກິດເກືອບ 400 ແຫ່ງທີ່ມາຈາກ 36 ປະເທດ ແລະ ຄາດວ່າຈະດຶງດູດແຂກເຂົ້າຊົມນັບພັນໆຄົນ.