(vovworld) - ຕອນເຊົ້າວັຮທີ 24/10, ຢູ່ຮ່າໂນ້ຍ, ສູນຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບສະຫະປະຊາຊາດ ແລະ ບັນດາອົງການກະຊວງປ້ອງກັນປະເທດ ຈັດຕັ້ງພິທີໄຂຊຸດຝຶກອົບຮົມຄູອາຈານ ຮັກສາສັນຕິພາບສະຫະປະຊາຊາດ. ກ່າວຄຳເຫັນໄຂຊຸດອົບຮົມ, ພັນເອກ ຮ່ວາງກິມຟຸ້ງ, ຜູ້ອຳນວຍການສູນຮັກສາສັນຕິພາບສະຫະປະຊາຊາດຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບນັບແຕ່ປີ 2014. ມາຮອດປະຈຸບັນ, ມີນາຍທະຫານ 12 ເທື່ອຄົນຂອງຫວຽດນາມ ໄດ້ຮັບການແຕ່ງຕັ້ງໄປເຮັດວຽກຢູ່ຄະນະປະຕິບັດງານສະຫະປະຊາຊາດຢູ່ ຊູດັງໃຕ້ ແລະ ສ.ອາຟະລິກາກາງ. ໃນນັ້ນ, ບັນດານາຍທະຫານໄດ້ປະຕິບັດສຳເລັດໜ້າທີ່ ແລະ ລ້ວນແຕ່ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກສະຫະປະຊາຊາດ.
ຊຸດຝຶກອົບຮົມໃຫ້ຄູອາຈານຮັກສາສັນຕິພາບສະຫະປະຊາຊາດຄັ້ງນີ້ ໄດ້ປະກອບສ່ວນຍົກສູງກຳລັງຝຶກອົບຮົມດ້ານວິຊາການຮັກສາສັນຕິພາບຂອງສະຫະປະຊາຊາດ ເພື່ອກ້າວໄປເຖິງຄາດໝາຍເຊິ່ງຫວຽດນາມ ໄດ້ວາງອອກ ແມ່ນຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຢູ່ຫວຽດນາມ.