ຫວຽດນາມຍົກສູງບົດບາດສາມັກຄີຂອງອາຊຽນໃນການຮັບປະກັນໂຄງປະກອບຄວາມໝັ້ນຄົງແລະສະຖຽນລະພາບຢູ່ພາກພື້ນ
ວາລະປະຊຸມຂອງສະພາຄວາມໝັ້ນຄົງ ສປຊ
|
(vovworld)- ວັນທີ 15/2, ສະພາຄວາມໝັ້ນຄົງສປຊ ໄດ້ຈັດວາລະປະຊຸມເປີດເພື່ອປຶກສາຫາລືກ່ຽວກັບຫົວຂໍ້: “ເຄົາລົບບັນດາຄະຕິທຳ, ຈຸດປະສົງຂອງ ກົດບັດ ສປຊ, ປັດໄຈຫລັກແຫລ່ງແກ່ນສານ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນ”. ນະທີ່ນີ້ ທ່ານເລຂາທິການໃຫຍ່ ສປຊ Ban Ki moon ໄດ້ເນັ້ນຫນັກເຖິງບົດບາດຂອງ ສປຊ ໃນການຫນູນຊ່ວຍສ້າງກຳລັງຄວາມສາມາດຊ່ວຍໃຫ້ບັນດາປະເທດຮັບຮູ້ ແລະ ແກ້ໄຂການປະທະກັນ ແລະ ວິກິດການ, ຜ່ານບັນດາມາດຕະການສະກັດກັ້ນ. ທ່ານ Ban ki moon ກໍຢືນຢັນ: ທິດນຳການເຄື່ອນໄຫວຂອງ ສປຊ ແມ່ນອີງໃສ່ການຮ່ວມມື, ຄວາມໂປ່ງໃສ ແລະ ເຄົາລົບອະທິປະໄຕແຫ່ງຊາດ ຕາມເນື້ອໃນຈິດໃຈຂອງ ກົດບັດ ສປຊ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເຟືອງງາ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ສປຊ ຖືວ່າ: ສປຊ ຄວນເສີມຂະຫຍາຍບົດບາດຫນູນຊ່ວຍແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິ ແລະ ສະກັດກັ້ນການປະທະກັນ; ສະພາຄວາມໝັ້ນຄົງ ຄວນເພີ່ມທະວີການພົວພັນກັບບັນດາອົງການຈັດຕັ້ງໃນພາກພື້ນ ແລະ ອະນຸພາກພື້ນ, ປະຕິບັດບົດບາດໄກ່ເກຍປອງດອງເປັນຢ່າງດີ, ລະດົມແຫລ່ງກຳລັງ ແລະ ຍົກສູງກຳລັງຄວາມສາມາດໃຫ້ບັນດາການເຄື່ອນໄຫວຮັກສາສັນຕິພາບ. ທ່ານນາງ ຫງວຽນທິເຟືອງງາ ເນັ້ນຫນັກເຖິງບົດບາດສາມັກຄີຂອງ ອາຊຽນ ໃນການຮັບປະກັນໂຄງປະກອບຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນ, ພິເສດ ຕໍ່ຫນ້າບັນດາການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ ດ້ວຍບັນດາການກະທຳພຽງລຳພັງຝ່າຍດຽວ ໃນການ ກໍ່ສ້າງ, ເປີດກວ້າງເກາະຢ່າງຜິດກົດໝາຍ ກໍ່ຜົນສະທ້ອນເຖິງສະພາບແວດລ້ອມ ແລະ ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ.