ຫວຽດນາມ-ຍີ່ປຸ່ນອອກຖະແຫລງການກ່ຽວກັບວິໄສທັດລວມການພົວພັນລະຫວ່າງສອງປະເທດ

ຫວຽດນາມ-ຍີ່ປຸ່ນອອກຖະແຫລງການກ່ຽວກັບວິໄສທັດລວມການພົວພັນລະຫວ່າງສອງປະເທດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫງວຽນ​ຟູ​ຈ້ອງເຈ​ລະ​ຈາ​ກັບ
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe


(vovworld)-  ​ພາຍ​ຫລັງ​ການ​ເຈ​ລະ​ຈາ​ດຳ​ເນີນ​ໃນ​ວັນ​ທີ 15/9, ຢູ່ ໂຕ​ກຽວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ອອກ​ຖະ​ແຫລ​ງ​ການ​ກ່ຽວ​ກັບ​ວ​ິ​ໄສ​ທັດ​ລວມ ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ຢູ່ ອາ​ຊີ. ສອງ​ຝ່າຍ ໄດ້​ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ໃນ​ໄລ​ຍະ​ຜ່ານ​ມາ ເປັນ​ຕົ້ນ​ແມ່ນ​ພາຍ​ຫລັງ​ທີ່ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ໄດ້​ຍົກ​ຂຶ້ນສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ຢູ່ ອາ​ຊີ ເມື່ອ​ປີ 2009 ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ ຢູ່ ອາ​ຊີ ເມື່ອ​ປີ 2014. ສອງ​ຝ່າຍ ຢືນ​ຢັນ ຕັດ​ສິນ​ໃຈ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງ​ໃນ​ທຸກ​ຂົງ​ເຂດ. ການ​ນຳ​ສອງ​ທ່ານ ໄດ້​ແບ່ງ​ປັນ​ຄວາມ​ປາດ​ຖະ​ຫນາ​ຢາກ​ຮັກ​ສາ​ການ​ຢ້ຽມ​ຢາມ​ ແລະ ພົບ​ປະ​ຄັ້ງ​ຕ່າງໆ​ລະ​ຫວ່າງ ການ​ນຳ​ຂັ້ນ​ສູງ, ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ, ພັກ​ການ​ເມືອງ ເພື່ອ​ປັບ​ປຸງ​ ແລະ ເພີ່ມ​ທະ​ວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກ່ຽວ​ກັບ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ເພື່ອ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ ການ​ເຈ​ລະ​ຈາ​ທີ່​ມີ​ຢູ່​ແລ້ວ​ໃນ​ປະ​ຈຸ​ບັນ. ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ, ສອງ​ຝ່າຍ ແບ່ງ​ປັນ​ຄວາມປາດ​ຖະ​ຫນາຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນວິ​ວັດ​ການ​ວາງ​ແຜນ​ກຳ​ນົດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ. ກ່ຽວ​ກັບ​ການ​ຮ່ວມ​ມືໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ສອງ​ຝ່າຍ​ຢືນ​ຢັນ​​ຄືນການ​ຮ່ວມ​ມື​ຢ່າງ​ແຫນ້ນ​​ແຟ​້ນໃນ​ບັນ​ດາ​ອົງ​ການ, ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ ຊື່ງ​ສອງ​ປະ​ເທດ​ລ້ວນ​ແຕ່​ແມ່ນປະ​ເທດ​ສະ​ມາ​ຊິກ. ສອງ​ຝ່າຍ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນຫວ່າງ​ມໍ່​​ໆມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ເນັ້ນ​ຫນັກ​ເຖິງ​ຄ​ວາມ​ສຳ​ຄັນ​ຂອງ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້​ນ​ຄົງ, ຄວາມ​ປອດ​ໄພ ແລະ ການ​ເດີນ​ທະ​ເລ ແລະ ການ​ບິນ, ຊຸກ​ຍູ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງບໍ່​ໄດ້​ມີ​ການ​ກະ​ທຳຕາມ​ລຳ​ພັງ​ຝ່າຍ​ດຽວເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນຂຶ້ນ​ຕື່ມ ແລະ ເປີດກວ້າງ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ທຸກ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.
ຂ່າວ/ບົດ​ອື່ນ