ຫວຽດນາມ-ຍີ່ປຸ່ນເປີດກວ້າງການຮ່ວມມືຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ,ສ້າງນະຄອນສະຫຼາດ

(VOVWORLD) - ວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ຄະນະປະຕິບັດງານກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ ໂດຍທ່ານ Seigi Taikagi, ຫົວໜ້າກົມບັນດາບັນຫາສາກົນ, ອົງການຍຸດທະສາດທົ່ວໂລກ, ກະຊວງພາຍໃນ ແລະ ສື່ສານ ເປັນຫົວໜ້າຄະນະ

ຫວຽດນາມ-ຍີ່ປຸ່ນເປີດກວ້າງການຮ່ວມມືຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ,ສ້າງນະຄອນສະຫຼາດ - ảnh 1 ຫວຽດນາມ-ຍີ່ປຸ່ນເປີດກວ້າງການຮ່ວມມືຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ,ສ້າງນະຄອນສະຫຼາດ

(ພາບ: ictvietnam.vn)

ໄດ້ມີການເຮັດວຽກກັບກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ. 2 ຝ່າຍໄດ້ປຶກສາຫາລືບັນດາບັນຫາ ຈະເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງຄື: ຮັບປະກັນຄວາມໝັ້ນຄົງທາງອີນເຕີແນັດ, ສ້າງລັດຖະບານເອເລກໂຕນິກ, ຄວາມຖີ່ວິທະຍຸ… ກໍ່ຄືກົນໄກ, ນະໂຍບາຍຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມ.

        ໃນຂົງເຂດສ້າງຕົວເມືອງສະຫຼາດ, ຍີ່ປຸ່ນ ພວມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນພາກພື້ນອາຊີ. ຍີ່ປຸ່ນ ບັນດາລຸໄດ້ຜົນງານຫຼາຍຢ່າງໃນການນຳໃຊ້ບັນດາໂຄງການເຕັກໂນໂລຊີວິທະຍາສາດ ເຕັກນິກເຂົ້າໃນການກໍ່ສ້າງນະຄອນສະຫຼາດ. ຫວຽດນາມປາດຖະໜາວ່າ ຍີ່ປຸ່ນ ຈະໜູນຊ່ວຍການຄົ້ນຄວ້າກ່ຽວກັບມາດຕະຖານຂອງເຂດຕົວເມືອງສະຫຼາດ, ໜູນຊ່ວຍສ້າງປະມວນ ມາດຕະຖານກ່ຽວກັບຕົວເມືອງສະຫຼາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ