ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ແລະ ທ່ານພົນເຮືອເອກ Kawano Katsutoshi , ຜູ້ບັນຊາການທະຫານເຮືອກຳລັງປ້ອງກັນຕົວ ຍີປຸ່ນ (ພາບ: cpv.org.vn)
|
Vovworld- ຕອນບ່າຍວັນທີ 2/5, ທີ່ການຕ້ອນຮັບທ່ານພົນເຮືອເອກ Kawano Katsutoshi , ຜູ້ບັນຊາການທະຫານເຮືອກຳລັງປ້ອງກັນຕົວ ຍີປຸ່ນຊຶ່ງພວມຢູ່ ຢ້ຽມຢາມຫວຽດນາມ, ທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີກະຊວງປ້ອງກັນ ປະເທດຫວຽດນາມຖືວ່າ ພ້ອມກັບການພັດທະນາລວມຂອງສາຍພົວພັນລະຫວ່າງຫວຽດນາມ ແລະ ຍີປຸ່ນໃນທຸກໆຂົງເຂດນັ້ນ, ການຮ່ວມມືທາງດ້ານປ້ອງກັນຊາດລະຫວ່າງ 2 ຝ່າຍກໍໄດ້ມີບັນດາບາດກ້າວຂະຫຍາຍຕົວຢ່າງດີງາມ, ຊຶ່ງໄດ້ສະແດງອອກຜ່ານເລື່ອງກອງທັບຂອງ 2 ປະເທດໄດ້ສ້າງກົນໄກສົນທະນາຍຸດທະສາດປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ກໍໄດ້ຕີລາສູງການ ພັດທະນາໃນການພົວພັນລະຫວ່າງກອງທັບເຮືອຂອງ 2 ປະເທດ, ໃນນັ້ນເລັ່ງໃສ່ ບັນດາຂົງເຂດຮ່ວມມືຄືບຳລຸງສ້າງ, ຝຶກສອນໃຫ້ແກ່ບັນດານັກສຳມະນາກອນ ການທະຫານຫວຽດນາມ, ແບ່ງປັນບົດຮຽນໃນການກໍ່ສ້າງ, ພັດທະນາກຳລັງທະຫານເຮືອ.
ການຢ້ຽມຢາມຫວຽດນາມຂອງທ່ານພົນເຮືອເອກ Kawano Katsutoshi ແມ່ນນອນໃນແຜນການແລກປ່ຽນຄະນະຜູ້ແທນປີ 2013 ຂອງເຫຼົ່າທັບເຮືອ. ໃນເວລາຢ້ຽມຢາມຫວຽດນາມ, ທ່ານພົນເຮືອເອກ Kawano Katsutoshi ພ້ອມດ້ວຍຄະນະ ໄດ້ເຂົ້າຄຳນັບສຸສານປະທານໂຮ່ຈິມິນ, ຢ້ຽມຢາມກອງບັນຊາການທະຫານເຮືອ ແລະ ບາງກົມກອງສັງກັດກອງທັບເຮືອປະຊາຊົນຫວຽດນາມ.