(vovworld) – ດ້ວຍຜົນງານ 15 ຫຼຽນຄຳ, ຫວຽດນາມ ຍາດໄດ້ລາງວັນທີ 1 ທົ່ວຄະນະ ໃນງານປະກວດສີມີແຮງງານອາຊຽນ ຄັ້ງທີ 10 ປີ 2014. ນີ້ແມ່ນແຫຼງຂ່າວທີ່ໄດ້ຍົກອອກມາທີ່ກອງປະຊຸມຄະນະຈັດຕັ້ງເຕັກນິກຄັ້ງທີ 3 ງານປະກວດສີມີແຮງງານອາຊຽນ ຄັ້ງທີ 10 ປີ 2014, ດຳເນີນໄປໃນຕອນເຊົ້າວັນທີ 28/10 ຢູ່ຮ່າໂນ້ຍ. ອິນໂດເນເຊຍ ຍາດໄດ້ລາງວັນທີ 2 ແລະ ມາເລເຊຍ ຍາດໄດ້ລາງວັນທີ 3 ໃນທົ່ວຄະນະ. ທ່ານ ເຢືອງດຶກເລີນ, ຫົວໜ້າກົມສອນວິຊາຊີບ, ຫົວໜ້າຄະນະຈັດຕັ້ງງານປະກວດສີມີແຮງງານອາຊຽນ ຄັ້ງທີ 10 ປີ 2014, ໃຫ້ຮູ້ວ່າ.
“ຫວຽດນາມ ຍາດໄດ້ອັນດັບໜຶ່ງທົ່ວຄະນະຢ່າງສິ້ນເຊີງ, ບັນດາປະເທດຍາດໄດ້ທີ 2 ທີ 3 ໄດ້ຫຼຽນຄຳພຽງແຕ່ 8 – 9 ຫຼຽນເທົ່ານັ້ນ. ເວົ້າລວມແລ້ວ, ຄົນງານຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນຄົນງານມີຫົວຄິດປະດິດສ້າງ ແລະ ມີທັກສະ”.
ກ່ຽວຂ້ອງເຖິງວຽກງານບຳລຸງສ້າງ, ສອນວິຊາຊີບເພື່ອໃຫ້ຄົນງານຫວຽດນາມ ມີທັກສະເຮັດວຽກຕໍ່ໜ້າຈຸດເວລາເຊື່ອມໂຍງອາຊຽນ 2015 ແລະ ສັນຍາ TPP ທີ່ຈະໄດ້ລົງນາມ, ທີ່ການເຮັດວຽກກັບການນຳກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃນຕອນເຊົ້າວັນທີ 28/10, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ປ່ຽນໃໝ່ວຽກງານບຳລຸງວິຊາຊີບໂດຍພື້ນຖານ, ໂດຍສະເພາະແມ່ນການກວດການຄືນ, ປັບປຸງແຜນສັງລວມເຄືອຂ່າຍຮາກຖານສອນວິຊາຊີບ.