(vovworld) – ວັນທີ 19/5, ຢູ່ສຳນັກງານ ສປຊ ທີ່ ນິວຢອກ, ປະເທດ ອາເມລິກາ, ສະມັດສາໃຫຍ່ ສປຊ ໄດ້ຈັດຕັ້ງວາລະປຶກສາຫາລືຄົບຄະນະກ່ຽວກັບການພົວພັນລະຫວ່າງ ສປຊ, ບັນດາລັດຖະສະພາ ແລະ ສະຫະພັນລັດຖະສະພາໂລກ (IPU), ອົງການສາກົນໃຫຍ່ກ່ວາໝູ່ທີ່ຕາງໜ້າໃຫ້ລັດຖະສະພາປະເທດຕ່າງໆ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫວຽດນາມ ເລຮ່ວາຍຈູງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ, ເນັ້ນໜັກວ່າ: ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ IPU ໃນຕະຫຼອດ 35 ປີຜ່ານມາ, ສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງ ສປຊ ຕາມຄະຕິ, ຈຸດປະສົງລວມຂອງອົງການນີ້, ແລະ ຍຸ້ແຮງການພົວພັນກັບບັນດາລັດຖະສະພາ ແລະ ບັນດາປະເທດໃນໂລກຢ່າງບໍ່ຢຸດຢັ້ງ. ບົນຈິດໃຈນັ້ນ, ຫວຽດນາມ ຈະຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາ IPU ຄັ້ງທີ 132 ຢູ່ຮ່າໂນ້ຍ ໃນເດືອນ 3/2015 ດ້ວຍຫົວຂໍ້ວ່າ: “ລັດຖະສະພາ ແລະ ການປະຕິບັດບັນດາຈຸດໝາຍພັດທະນາແບບຍືນຍົງຫຼັງປີ 2015”. ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ ໃຫ້ຮູ້ວ່າ: ສະພາບການສັບສົນ ແລະ ເຄັ່ງຕຶງໃນປະຈຸບັນຢູ່ຫຼາຍແຫ່ງໃນໂລກ, ໃນນັ້ນມີຄວາມເຄັ່ງຕຶງພວມຜັນແປໄປຢູ່ທະເລຕາເວັນອອກ, ຍິ່ງສະແດງໃຫ້ເຫັນຄວາມສຳຄັນຂອງການຮັກສາ ແລະ ປົກປັກຮັກສາສັນຕິພາບໃນໂລກ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ບັນດາປະເທດຍາມໃດກໍ່ເອົາໃຈໃສ່ ແລະ ຕັດສິນໃຈຊຸກຍູ້ການປະຕິບັດຕາມບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ພິເສດແມ່ນເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ນາບຂູ່ນຳໃຊ້ ຫຼື ນຳໃຊ້ອາວຸດ ແລະ ແກ້ໄຂຄວາມຂັດແຍ້ງສາກົນດ້ວຍສັນຕິວິທີຕາມຂໍ້ກຳນົດຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.