ຫວຽດນາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ແລະເຊື່ອມໂຍງກັບສາກົນ
ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່
6 ເດືອນທ້າຍປີຂອງຄະນະເສດຖະກິດສູນກາງ
(ພາບ: vanhieu)
(vovworld) - ຫວຽດນາມ ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພັດທະນາວິສາຫະກິດ ແລະ ເຊື່ອມໂຍງກັບສາກົນ ນີ້ແມ່ນຂໍ້ມູນຂ່າວໄດ້ຍົກອອກທີ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີຂອງຄະນະເສດຖະກິດສູນກາງ, ດຳເນີນໃນຕອນເຊົ້າວັນທີ 28/7, ຢູ່ຮ່າໂນ້ຍ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຮ້ວ ເນັ້ນໜັກວ່າ: ແຕ່ປະຈຸບັນຮອດທ້າຍປີ, ຄະນະເສດຖະກິດສູນກາງ ຈະສຸມໃສ່ເຂົ້າວຽກງານເຂົ້າຮ່ວມປະກອບຄວາມເຫັນ ຍື່ນສະເໜີແຜນນະໂຍບາຍ, ນະໂຍບານປ່ຽນໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນບັນດາຮູບແບບວິສາຫະກິດ ແລະ ດຳເນີນທຸລະກິດໃນວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໂດຍໄວ. ພ້ອມທັງ, ກຳນົດທິດລະດົມ ແລະ ຍົກສູງປະສິດທິຜົນການນຳໃຊ້ບັນດາແຫຼ່ງທຶນໜູນຊ່ວຍພັດທະນາ (ODA) ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມໄລຍະ 2016 – 2020 ແລະ ຊຸມປີຕໍ່ໄປ; ແບບວິທີສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ແລະ ມາດຕະການກຳນົດທິດໃຫ້ບັນດາວິສາຫະກິດ, ຕະຫລາດ ຫວຽດນາມ ເມື່ອເຂົ້າຮ່ວມ TPP, ປະຊາຄົມເສດຖະກິດ ອາຊຽນ ໃນທ້ານປີ 2015.