ພາບປະກອບ:internet
|
(vovworld)-ຕອນເຊົ້າວັນທີ 24/2 ຢູ່ ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຈັດການປະຊຸມຂ່າວກ່ຽວກັບການເຄື່ອນໄຫວຕອບສະຫນອງວັນນຳ້ໂລກຄືວັນທີ 22/3 ຢູ່ ຫວຽດນາມ. ຈຸດສຸມຂອງການເຄື່ອນໄຫວນີ້ແມ່ນງານຊຸມນຸມມິດຕິງຕອບສະຫນອງວັນນຳ້ໂລກໃນວັນທີ 21/3 ຢູ່ ນະຄອນ ລາຍເຈົາ. ນອກຈາກນັ້ນ ຍັງມີບັນດາການເຄື່ອນໄຫວອື່ນຄື: ກອງປະຊຸມສຳມະນາວິທະຍາສາດ “ນຳ້ ແລະ ພະລັງງານ”, ງານວາງສະແດງ“ນຳ້-ມະນຸດ ແລະ ຊີວິດ”, ການສະແດງສິລະປະພາຍໃຕ້ຫົວຂໍ້ວ່າ: ແມ່ນຳ້ ແລະ ສຽງເພງ” ພ້ອມກັບການເຄື່ອນໄຫວໂຄສະນາຈຳນວນຫນຶ່ງ.
ວັນນຳ້ໂລກປີ 2014 ແມ່ນຍົກສູງຄວາມຮັບຮູ້ຈາກວົງຄະນາຍາດກ່ຽວກັບແຫລ່ງນຳ້ ພ້ອມທັງຮຽກຮ້ອງຊອກຫາມາດຕະການຄຸ້ມຄອງຊັບພະຍາກອນນຳ້ແບບຍືນຍົງ ເພື່ອສາມາດຮັບປະກັນການຮັກສາການເຕີບໂຕເສດຖະກິດ ແລະ ຕອບສະຫນອງຄວາມຕ້ອງການຂອງມະນຸດ. ວັນນຳ້ໂລກປີ 2014 ກໍມຸ່ງໄປເຖິງຈຸດໝາຍຍົກສູງຄວາມຮັບຮູ້ຂອງປະຊາຄົມໂລກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ວົງຄະນາຍາດເຂດຊຸມຊົນກໍຄືການພົວພັນລະຫວ່າງນຳ້ ແລະ ພະລັງງານ.