ຫວຽດນາມຕັ້ງໜ້າຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ : “ມື້ນີ້ຂ້າພະເຈົ້າມີຊີວິດຂຽວງາມກ່ວາ”

(VOVWORLD) -ຕອນຄ່ຳວັນທີ 24 ມີນາ, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ໄດ້ດຳເນີນການເຄື່ອນໄຫວຫຼາຍຢ່າງເພື່ອ ຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ
ຫວຽດນາມຕັ້ງໜ້າຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ : “ມື້ນີ້ຂ້າພະເຈົ້າມີຊີວິດຂຽວງາມກ່ວາ” - ảnh 1ມອດໄຟຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກ 

ທີ່ສະໜາມຫຼວງການປະຕິວັດເດືອນສິງຫາ,ຕໍ່ໜ້າໂຮງລະຄອນໃຫຍ່ຮ່າໂນ້ຍ,ຢູ່ບໍລິເວນ ອ້ອມແອ້ມໜອງໂຮ່ເກືອມ, ຮ່າໂນ້ຍ ໄດ້ດຳເນີນລາຍການຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກດ້ວຍຫົວຂໍ້ ““ມື້ນີ້ຂ້າພະເຈົ້າມີຊີວິດຂຽວງາມກ່ວາ”

    ນີ້ແມ່ນຄັ້ງທີ 10 ທີ່ຫວຽດນາມຕອບສະໜອງບັ້ນເຄື່ອນໄຫວນີ້. ການເຄື່ອນໄຫວນີ້ ໄດ້ໄດ້ປະກອບສ່ວນ ເຮັດໃຫ້ປ່ຽນແປງການຮັບຮູ້ຂອງປະຊາຊົນກ່ຽວກັບການຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນຮັກສາແຫຼ່ງຊັບພະຍາກອນທຳມະຊາດຂອງມວນທະນຸດ.     ອ້າຍ ຫງວຽນຮ່ວາງແອງ ຢູ່ເມືອງ ໄຕໂຮ່, ຮ່າໂນ້ຍ ຊຶ່ງໄດ້ເຂົ້າຮ່ວມຕອບສະໜອງເຫດການນີ້ ແບ່ງປັນວ່າ : 

    “ ຂ້າພະເຈົ້າໄດ້ເຂົ້າຮ່ວມລາຍການເຄື່ອນໄຫວໂມງໜ່ວຍໂລກໄດ້ 4 ປີແລ້ວ, ນີ້ແມ່ນລາຍການທີ່ມີຄວາມໝາຍ, ປະກອບສ່ວນຮັກສາສິ່ງແວດລ້ອມ. ຖ້າຫາກແຕ່ລະຄອບຄົວມອດໄຟດອກໜຶ່ງນັ້ນ, ທົ່ວປະເທດຈະສາມາດປະຢັດໄດ້ແຫຼ່ງພະລັງງານຫຼາຍພໍສົມຄວນ”

      ຢູ່ນະຄອນເກີນເທີ, ບໍລິສັດໃຫຍ່ໄຟຟ້າພາກໃຕ້ ແລະ ບໍລິສັດໄຟຟ້ານະຄອນ ເກີນເທີ ໄດ້ສົມທົບກັນຈັດຕັ້ງການເຄືອນໄຫວຫຼາຍຢ່າງເພື່ອຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກປີ 2018. ທ່ານ ຫງວຽນວັນກວາງ ຜູ້ອຳນວຍການ ບໍລິສັດໄຟຟ້ານະຄອນ ເກີນເທີ ໃຫ້ຮູ້ວ່າ :

    “ ຊຸມປີທີ່ຜ່ານມາ, ຕາມການຊີ້ນຳຂອງກຸ່ມບໍລິສັດໄຟຟ້າ ກໍຄື ບໍລິສັດໃຫຍ່ໄຟຟ້າພາກໃຕ້, ພວກຂ້າພະເຈົ້າໄດ້ໂຄສະນາ ແລະ ປະຕິບັດການປະຢັດພະລັງງານໄຟຟ້າສຳລັບລູກຄ້າທັງໝົດຂອງບໍລິສັດ. ຢູ່ນະຄອນເກີນເທີ, ບັນດາພະນັກງານ, ພາລະກອນ, ກຳມະກອນທັງໝົດໃນຂະແໜງໄຟຟ້ານະຄອນເກີນເທີ ກໍໄດ້ ປະຕິບັດການປະຢັດພະລັງງານໄຟຟ້າໃນການຜະລິດ ແລະ ການຊົມໃຊ້. ປີທີ່ຜ່ານມາ, ພວກຂ້າພະເຈົ້າ ປະຕິບັດການປະຢັດພະລັງງານໄຟຟ້າໄດ້ 40 ລ້ານ ກິໂລວັດ/ໂມງ”

ຕອບກັບ

ຂ່າວ/ບົດ​ອື່ນ