(vovworld) – ໃນລະຫວ່າງວັນທີ 19 – 23/10, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ, ເຕັກໂນໂລຊີ ເຈີນກ໋ວກແຄ໋ງ, ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ແລະ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ, ພິເສດແມ່ນຢູ່ກອງປະຊຸມລັດຖະມົນຕີວິທະຍາສາດ ອາຊຽນ +3 (ອາຊຽນ ແລະ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ), ເຊິ່ງດຳເນີນໄປຢູ່ນະຄອນ Daejeon, ສ.ເກົາຫຼີ.
ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີວິທະຍາສາດ ອາຊຽນ +3 , ທ່ານ ເຈີນກ໋ວກແຄ໋ງ ໄດ້ແນະນຳບັນດາມາດຕະການແກ້ໄຂສຳຄັນ ເຊິ່ງລັດຖະບານຫວຽດນາມ ພວມສຸມໃສ່ປັບປຸງ ເພື່ອແນໃສ່ຕອບສະໜອງບັນດາຈຸດໝາຍພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ ແລະ ຍົກອອກບັນດາຂໍ້ລິເລີ່ມແນໃສ່ເພີ່ມທະວີການພັດທະນາຂອງພາກພື້ນອາຊຽນ +3 ກ່ວາອີກ. ຫວຽດນາມ ຖືວ່າ, ບັນດາປະເທດ ຄວນສ້າງບັນດາໂຄງການຮ່ວມມື ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຫາກໍໄດ້ຮັບການສ້າງຕັ້ງ ອີງໃສ່ການປ່ຽນໃໝ່ລະຫວ່າງບັນດາປະເທດອາຊຽນ +3; ເພີ່ມທະວີບັນດາຊ່ອງຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີລະຫວ່າງບັນດາອົງການຄົ້ນຄວ້າໃນອາຊຽນ +3, ພິເສດແມ່ນໃນບັນດາຂົງເຂດແນໃສ່ຮັບມືກັບສິ່ງທ້າທາຍໃນທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານໃໝ່, ພະຍາດ… ບັນດາຂໍ້ລະເລີ່ມຂອງຄະນະຜູ້ແທນຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າ ຈາກບັນດາປະເທດສະມາຊິກເຂົ້າຮ່ວມ. ບັນດາຜົນງານ ແລະ ຂໍ້ລິເລີ່ມທີ່ກອງປະຊຸມຄັ້ງນີ້ ກໍຈະຖືກສ່ອງແສງທີ່ກອງປະຊຸມຄະນະກຳມາທິການວິທະຍາສາດອາຊຽນ, ຄາດວ່າຈະດຳເນີນຢູ່ລາວໃນເດືອນ 11 ຈະມາເຖິງ.