(vovworld) – ແຕ່ວັນທີ 11 – 13/6/2014, ຢູ່ເຊີແນວ, ປະເທດສະວິດ, ສະພາສິດທິມະນຸດ ສປຊ ຊຸດທີ 26 ໄດ້ດຳເນີນການປຶກສາຫາລືກ່ຽວກັບບັນດາສິດພົນລະເມືອງ, ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ພັດທະນາ. ຄະນະຜູ້ແທນ ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາວາລະປຶກສາຫາລື. ບົດກ່າວຄຳເຫັນຂອງ ຫວຽດນາມ ຢັ້ງຢືນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ລັດ ຫວຽດນາມ ໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ພິເສດແມ່ນຊີ້ແຈ້ງບັນດາຄວາມກ້າວໜ້າທີ່ ຫວຽດນາມ ບັນລຸໄດ້ໃນການສ້າງລະບອບກົດໝາຍ, ການຜັນຂະຫຍາຍບັນດານະໂຍບາຍ, ຍຸດທະສາດທີ່ກ່ຽວຂ້ອງເຖິງບັນດາສິດຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມຕ້ອງໄດ້ຮັບການປົກປ້ອງຄື: ແມ່ຍິງ, ເດັກນ້ອຍ - ຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ. ຄະນະຜູ້ແທນ ຫວຽດນາມ ຢືນຢັນຄືນໃໝ່ຄວາມຕັດສິນໃຈປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນ ແລະ ເຂັ້ມງວດດ້ວຍຖານະເປັນສະມາຊິກສະພາສິດທິມະນຸດ, ພ້ອມທັງກໍ່ສະເໜີຫຼາຍຄຳເຫັນກ່ຽວກັບມາດຕະການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ.
ໃນອາທິດເຮັດວຽກຕໍ່ໄປ, ແຕ່ວັນທີ 16 – 20/6/2014, ສະພາສິດທິມະນຸດຊຸດທີທີ 26 ຈະສືບຕໍ່ປຶກສາຫາລືດ້ວຍຈຸດສຸມແມ່ນບັນຫາກ່ຽວຂ້ອງເຖິງແມ່ຍິງ, ເດັກນ້ອຍ, ຄົນພິການ ແລະ ສິດສຶກສາ. ສະພາກໍ່ຈະປຶກສາຫາລືສະພາບສິດທິມະນຸດຢູ່ບາງປະເທດຄື: ເບລາຣຸດ, ຊີຣີ ແລະ ສປປ ເກົາຫຼີ.