(ພາບປະກອບ)
(vovworld) – ວັນທີ 31/05, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງວັນທີ 25/05 ຜ່ານມາ, ສະພາສູງ ອາເມລິກາ ໄດ້ປ່ອນບັດຮັບຮອງເອົາຮ່າງມະຕິສະພາສູງ ແລະ ສະພາຕ່ຳເລກທີ 28 ເຫັນດີຍົກເລີກໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳ ອາເມລິກາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບໂຄງການຕິດຕາມກວດກາປາໜັງຂອງກະຊວງກະສິກຳ ອາເມລິກາ ມາຫລາຍຄັ້ງແລ້ວ. ນີ້ແມ່ນໂຄງການກໍ່ຄວາມສິ້ນເປືອງທີ່ບໍ່ຈຳເປັນ ແລະ ອາດຈະກາຍເປັນຮົ້ວການຄ້າປອດພາສີ, ລະເມີດຂໍ້ກຳນົດຂອງອົງການການຄ້າໂລກ (WTO) ແລະ ຈິດໃຈສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ຫວຽດນາມ ຕີລາຄາສູງເລື່ອງສະພາສູງ ອາເມລິກາ ຮັບຮອງເອົາຮ່າງມະຕິຍົກເລີກໂຄງການດັ່ງກ່າວ. ນີ້ແມ່ນບາດກ້າວທີ່ຖືກຕ້ອງ, ປະກອບສ່ວນສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ສຳລັບບັນດາກົນໄກການຄ້າ 2 ຝ່າຍ ແລະ ຫລາຍຝ່າຍກັບ ຫວຽດນາມ, ເໝາະສົມກັບບາດກ້າວພັດທະນາໃໝ່ຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ຫວ່າງແລ້ວນີ້.