ພິທີສະເຫລີມສະຫລອງວັນປະຊາກອນໂລກ 11/7
photo:internet
|
(vovworld)- ຕອນເຊົ້າວັນທີ 10/7, ຢູ່ ນະຄອນ ຍາຈາງ ແຂວງ ແຄງຮ່ວາ, ກົມໃຫຍ່ປະຊາກອນຫວຽດນາມ, ກະຊວງສາທາລະນະສຸກ ສົມທົບກັບກອງທຶນປະຊາກອນ ສປຊ ໄດ້ຈັດຕັ້ງພິທີສະເຫລີມສະຫລອງວັນປະຊາກອນໂລກ 11/7 ພາຍໃຕ້ຫົວເລື່ອງວ່າ: ລົງທຶນໃຫ້ແກ່ຊາວຫນຸ່ມ.ກ່າວຄຳເຫັນທີ່ພິທີ, ທ່ານ Arthur Erken, ຫົວຫນ້າກອງທຶນປະຊາກອນໂລກ ສປຊ ປະຈຳຫວຽດນາມ (UNFPA) ໃຫ້ຮູ້ວ່າ: ຫວຽດນາມ ກ້າວເຂົ້າສູ່ໄລຍະ ທີ່ອັດຕາຊາວຫນຸ່ມສູງກວ່າໝູ່ໃນປະຫວັດສາດ ເມື່ອກຸ່ມປະຊາກອນອາຍຸແຕ່ 10-24 ປີ ກວມເກືອບ 40% ປະຊາກອນ. ແລະ ໄລຍະນີ້ຈະແກ່ຍາວຮອດປີ 2040. ນີ້ແມ່ນກາລະໂອກາດຫນຶ່ງດຽວໃນປະຫວັດສາດເພື່ອໃຫ້ຫວຽດນາມ ຍາດແຍ່ງພັດທະນາເສດຖະກິດສັງຄົມ. ຕາມທ່ານ ເຢືອງກວກຈ້ອງ, ຫົວຫນ້າກົມໃຫຍ່ປະຊາກອນ -ການວາງແຜນຄອບຄົວ, ກະຊວງສາທາລະນະສຸກຫວຽດນາມ ແລ້ວ, ຫວຽດນາມ ພວມເຄື່ອນໄຫວຕາມສານຂອງວັນປະຊາກອນໂລກ.
“ສານໄດ້ຮຽກຮ້ອງທຸກຂັ້ນ, ຂະແຫນງການ ຮ່ວມແຮງຮ່ວມໃຈລົງທຶນໃຫ້ແກ່ສາທາລະນະສຸກ, ການສຶກສາ ແລະ ລົງທຶນໃຫ້ວຽກເຮັດງານທຳ. ໃນສາທາລະນະສຸກ, ມີ ປະມານ 30% ຊາວຫນຸ່ມ ບໍ່ທັນໄດ້ຮັບຄວາມຮູ້, ທັກສະກ່ຽວກັບການວາງແຜນຄອບຄົວ. ໃນໄລຍະຈະມາເຖິງ, ຕ້ອງເພ່ີມທະວີການຕອບສະຫນອງຄວາມຕ້ອງການນີ້ຂອງຊາວຫນຸ່ມ.”